Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:5 - ພຣະຄຳພີລາວສະບັບສະໄໝໃໝ່

5 “ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນ້ຳຫອມ​ນີ້ ແລະ ເອົາ​ເງິນ​ໄປ​ແຈກຢາຍ​ໃຫ້​ຄົນຍາກຈົນ? ນ້ຳຫອມ​ນີ້​ມີ​ມູນຄ່າ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 “ເປັນຫຍັງ​ຈຶ່ງ​ບໍ່​ຂາຍ​ນໍ້າມັນ​ຫອມ​ນີ້​ໃນ​ລາຄາ​ສາມຮ້ອຍ​ຫລຽນ​ເງິນ ແລະ​ເອົາ​ເງິນ​ແຈກ​ໃຫ້​ຄົນ​ຍາກຈົນ?”

Uka jalj uñjjattʼäta Copia luraña




ໂຢຮັນ 12:5
16 Jak'a apnaqawi uñst'ayäwi  

“ຕໍ່ມາ ເມື່ອ​ຄົນຮັບໃຊ້​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຄົນຮັບໃຊ້​ນຳ​ກັນ​ຄົນ​ໜຶ່ງ ເຊິ່ງ​ຕິດໜີ້​ຕົນ​ຢູ່​ໜຶ່ງຮ້ອຍ​ຫລຽນ​ເດນາຣິອົນ ລາວ​ຈຶ່ງ​ຄວ້າຈັບ​ຄໍ​ຄົນ​ນັ້ນ​ບີບ​ຈົນ​ແໜ້ນ ແລະ ເວົ້າ​ວ່າ, ‘ຈົ່ງ​ຈ່າຍ​ສິ່ງ​ທີ່​ເຈົ້າ​ເປັນ​ໜີ້​ຄືນ​ມາ!’


ເພິ່ນ​ໄດ້​ເຫັນດີ​ວ່າ​ຈະ​ຈ່າຍ​ຄ່າແຮງງານ​ໃຫ້​ພວກເຂົາ​ວັນ​ລະ​ໜຶ່ງ​ເດນາຣິອົນ ແລ້ວ​ກໍ​ໃຊ້​ພວກເຂົາ​ໄປ​ເຮັດວຽກ​ໃນ​ສວນອະງຸ່ນ​ຂອງ​ຕົນ.


ຈົ່ງ​ຂາຍ​ສິ່ງຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ ແລະ ບໍລິຈາກ​ແກ່​ຄົນທຸກຍາກ. ຈົ່ງ​ຈັດຕຽມ​ຖົງເງິນ​ທີ່​ບໍ່​ມີ​ມື້​ຫລຸ້ຍຫ້ຽນ​ໄວ້​ສຳລັບ​ຕົນ​ເອງ ຄື​ຊັບສົມບັດ​ໃນ​ສະຫວັນ​ທີ່​ບໍ່​ໝົດ​ຈັກເທື່ອ, ໃນ​ບ່ອນ​ທີ່​ບໍ່​ມີ​ໂຈນ​ເຂົ້າ​ໃກ້ ແລະ ບໍ່​ມີ​ມອດ​ມາ​ທຳລາຍ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ບໍ່​ສົນໃຈ​ກັບ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ?


ແຕ່​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະອົງ ຄື​ຢູດາ​ອິດສະກາຣິອົດ ຜູ້​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ​ໄດ້​ຄັດຄ້ານ​ຂຶ້ນ​ມາ​ວ່າ,


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.


ເນື່ອງ​ຈາກ​ວ່າ ຢູດາ​ເປັນ​ຄົນ​ຖື​ເງິນ ບາງຄົນ​ຈຶ່ງ​ຄິດ​ວ່າ​ພຣະເຢຊູເຈົ້າ​ບອກ​ໃຫ້​ລາວ​ໄປ​ຊື້​ສິ່ງຂອງ​ຈຳເປັນ​ສຳລັບ​ງານ​ສະຫລອງ​ເທດສະການ ຫລື ໃຫ້​ລາວ​ເອົາ​ເຄື່ອງຂອງ​ໄປ​ໃຫ້​ແກ່​ຄົນຍາກຈົນ.


ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka