Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ເອຊາຢາ​ກ່າວ​ດັ່ງນີ້ ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ແລະ​ໄດ້​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 12:41
13 Jak'a apnaqawi uñst'ayäwi  

ຈາກ​ນັ້ນ ພຣະອົງ​ຈຶ່ງ​ອະທິບາຍ​ທຸກຢ່າງ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ​ເອງ​ໃຫ້​ພວກເພິ່ນ​ທັງ​ສອງ​ຟັງ​ຕັ້ງແຕ່​ໂມເຊ​ຕະຫລອດ​ຈົນ​ບັນດາ​ຜູ້ທຳນວາຍ​ທັງໝົດ.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ບໍ່​ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ ແລະ ເປັນ​ຜູ້​ທີ່​ມີ​ຄວາມສຳພັນ​ໃກ້ຊິດ​ທີ່ສຸດ​ກັບ​ພຣະບິດາເຈົ້າ ໄດ້​ເປີດເຜີຍ​ພຣະເຈົ້າ​ພວກເຮົາ​ຮູ້ຈັກ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ​ແລ້ວ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະບິດາເຈົ້າ. ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ບອກ​ວ່າ, ‘ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ’?


ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka