Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລ້ວ​ນາງ​ມາຣີ​ກໍ​ເອົາ​ນໍ້າມັນ​ຫອມ​ເຄິ່ງ​ລິດ ຊຶ່ງ​ມີ​ລາຄາ​ແພງ​ຖອກ​ໃສ່​ຕີນ​ພຣະອົງ ແລະ​ໃຊ້​ຜົມ​ຂອງຕົນ​ເຊັດ​ຕີນ​ພຣະອົງ ຈົນ​ທົ່ວ​ທັງ​ເຮືອນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນໍ້າຫອມ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 12:3
16 Jak'a apnaqawi uñst'ayäwi  

ແຕ່​ມີ​ພຽງ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຈຳເປັນ. ມາຣີ​ໄດ້​ເລືອກ​ສິ່ງ​ທີ່​ດີ​ກວ່າ ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ນາງ​ໄດ້”.


ເຈົ້າ​ບໍ່​ໄດ້​ເອົາ​ນ້ຳມັນ​ຫົດ​ຫົວ​ຂອງ​ເຮົາ, ແຕ່​ນາງ​ໄດ້​ເອົາ​ນ້ຳຫອມ​ຫົດ​ຕີນ​ຂອງ​ເຮົາ.


(ມາຣີ​ຜູ້​ນີ້​ແມ່ນ​ຜູ້​ທີ່​ນ້ອງຊາຍ​ຂອງ​ລາວ​ຄື​ລາຊາໂຣ​ກຳລັງ​ປ່ວຍ​ຢູ່, ໄດ້​ເອົາ​ນ້ຳມັນຫອມ​ຖອກ​ຫົດສົງ​ອົງພຣະຜູ້ເປັນເຈົ້າ ແລະ ເອົາ​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ).


ຫລັງຈາກ​ທີ່​ມາທາ​ກ່າວ​ດັ່ງນີ້​ແລ້ວ ນາງ​ກໍ​ກັບ​ຄືນ​ໄປ ແລະ ເອີ້ນ​ມາຣີ​ນ້ອງສາວ​ຂອງ​ຕົນ ແລະ ບອກ​ວ່າ, “ອາຈານ​ຢູ່​ທີ່​ນີ້​ແລ້ວ ແລະ ກຳລັງ​ຖາມ​ຫາ​ເຈົ້າ”.


ເມື່ອ​ມາຣີ​ມາ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ ໄດ້​ເຫັນ​ພຣະອົງ, ນາງ​ກໍ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ກໍ​ຄົງ​ບໍ່​ຕາຍ”.


ນີໂກເດມ ຜູ້​ທີ່​ກ່ອນໜ້ານີ້​ເຄີຍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ​ກໍ​ມາ​ຮ່ວມ​ເໝືອນກັນ. ນີໂກເດມ​ໄດ້​ນຳ​ເຄື່ອງຫອມ ຄື​ຢາງໄມ້ຫອມ​ປະສົມ​ກັບ​ອາໂລເອ ມີ​ນ້ຳໜັກ​ປະມານ​ສາມສິບສີ່​ກິໂລກຣາມ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka