Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ມີ​ການ​ຈັດ​ງານລ້ຽງ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ, ນາງ​ມາທາ​ກໍ​ຮັບໃຊ້​ຢູ່, ໃນຂະນະ​ນັ້ນ​ລາຊາໂຣ​ເປັນ​ຜູ້​ໜຶ່ງ​ໃນ​ທ່າມກາງ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກເຂົາ​ໄດ້​ຈັດແຈງ​ອາຫານ​ລ້ຽງ ເພື່ອ​ເປັນ​ກຽດ​ແກ່​ພຣະອົງ​ຢູ່​ທີ່​ນັ້ນ ຊຶ່ງ​ແມ່ນ​ນາງ​ມາທາ​ເປັນ​ຜູ້ຮັບໃຊ້​ທີ່​ໂຕະ​ອາຫານ, ລາຊະໂຣ​ແມ່ນ​ຜູ້ໜຶ່ງ​ໃນ​ພວກ​ທີ່​ນັ່ງ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 12:2
12 Jak'a apnaqawi uñst'ayäwi  

ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ບ້ານ​ເບັດທານີ​ໃນ​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເປັນ​ພະຍາດຂີ້ທູດ,


ໃນຂະນະ​ທີ່​ພຣະອົງ​ຢູ່​ທີ່​ບ້ານ​ເບັດທານີ, ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຊີໂມນ​ຜູ້​ທີ່​ເປັນ​ພະຍາດຂີ້ທູດ, ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ພ້ອມດ້ວຍ​ເຕົ້າຫີນຂາວ ເຊິ່ງ​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ, ນ້ຳຫອມ​ນັ້ນ​ເຮັດ​ຈາກ​ເຄື່ອງຫອມ​ບໍລິສຸດ. ນາງ​ໄດ້​ຫັກ​ຄໍ​ເຕົ້າ​ນັ້ນ ແລະ ຖອກ​ນ້ຳຫອມ​ຫົດສົງ​ຫົວ​ພຣະອົງ.


ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະອົງ​ວ່າ, “ເມື່ອ​ເຈົ້າ​ຈັດ​ອາຫານທ່ຽງ ຫລື ອາຫານຄ່ຳ​ລ້ຽງ ຢ່າ​ໄດ້​ເຊີນ​ບັນດາ​ສະຫາຍ, ອ້າຍ​ເອື້ອຍ​ນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານ​ຂອງ​ເຈົ້າ​ທີ່​ຮັ່ງມີ, ເພາະ​ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ ພວກເຂົາ​ອາດ​ຈະ​ເຊີນ​ເຈົ້າ​ຄືນ ແລະ ນັ້ນ​ກໍ​ເປັນ​ອັນ​ວ່າ​ເຈົ້າ​ໄດ້​ຮັບ​ການ​ຕອບແທນ​ແລ້ວ.


ດ້ວຍວ່າ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ກັນ ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ ຫລື ຜູ້​ທີ່​ຮັບໃຊ້? ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ​ບໍ່​ແມ່ນ​ບໍ? ແຕ່​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ເໝືອນດັ່ງ​ຄົນຮັບໃຊ້.


ແລ້ວ​ເລວີ​ກໍ​ໄດ້​ຈັດ​ງານລ້ຽງ​ໃຫຍ່​ຂຶ້ນ​ທີ່​ເຮືອນ​ຂອງ​ລາວ​ຖວາຍ​ແກ່​ພຣະເຢຊູເຈົ້າ, ມີ​ຄົນເກັບພາສີ​ກຸ່ມ​ໃຫຍ່ ແລະ ຄົນ​ອື່ນໆ​ອີກ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ​ດ້ວຍ.


ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka