Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 12:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຫົກ​ວັນ​ກ່ອນ​ເຖິງ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ຮອດ​ບ້ານ​ເບັດທານີ, ເຊິ່ງ​ເປັນ​ທີ່ຢູ່​ຂອງ​ລາຊາໂຣ​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຫົກ​ວັນ​ກ່ອນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ມາ​ເຖິງ​ບ້ານ​ເບັດທານີ ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ລາຊະໂຣ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.

Uka jalj uñjjattʼäta Copia luraña




ໂຢຮັນ 12:1
13 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ໄປ ແລະ ອອກຈາກ​ນະຄອນ​ໄປ​ຍັງ​ບ້ານ​ເບັດທານີ, ບ່ອນ​ທີ່​ພຣະອົງ​ພັກ​ຄ້າງຄືນ​ຢູ່​ທີ່​ນັ້ນ.


ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຫລຽວເບິ່ງ​ທຸກສິ່ງ, ແຕ່​ເນື່ອງ​ຈາກ​ວ່າ​ໃກ້​ຄ່ຳ​ແລ້ວ ພຣະອົງ​ຈຶ່ງ​ກັບ​ໄປ​ຍັງ​ບ້ານ​ເບັດທານີ​ກັບ​ພວກສາວົກ​ທັງ​ສິບສອງ​ຄົນ.


ເມື່ອ​ພຣະອົງ​ພາ​ພວກເພິ່ນ​ອອກ​ໄປ​ທີ່​ຂົງເຂດ​ໃກ້ຄຽງ​ໃນ​ເບັດທານີ​ແລ້ວ, ພຣະອົງ​ຍົກ​ມື​ຂອງ​ພຣະອົງ​ຂຶ້ນ​ອວຍພອນ​ພວກເພິ່ນ.


ມີ​ຍິງ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ​ທີ່​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມບາບ ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ທີ່​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ, ນາງ​ຈຶ່ງ​ໄດ້​ໄປ​ທີ່​ນັ້ນ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ.


ບັດນີ້​ມີ​ຊາຍ​ຄົນ​ໜຶ່ງ​ກຳລັງ​ປ່ວຍ​ຢູ່​ຊື່​ວ່າ​ລາຊາໂຣ. ລາວ​ມາ​ຈາກ​ບ້ານ​ເບັດທານີ, ບ້ານ​ທີ່​ມາຣີ ແລະ ມາທາ​ເອື້ອຍ​ຂອງ​ລາວ​ຢູ່.


ເມື່ອ​ກ່າວ​ດັ່ງນີ້​ແລ້ວ ພຣະເຢຊູເຈົ້າ​ເອີ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ລາຊາໂຣ​ເອີຍ, ຈົ່ງ​ອອກມາ​ສາ!”


ຜູ້​ຕາຍ​ນັ້ນ​ກໍ​ອອກມາ ມີ​ແຜ່ນ​ຜ້າຝ້າຍລິນິນ​ພັນ​ມື ແລະ ຕີນ​ຂອງ​ລາວ ແລະ ມີ​ຜ້າ​ຜືນ​ໜຶ່ງ​ຄຸມ​ໜ້າ​ຂອງ​ລາວ​ໄວ້. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ແກ້​ຜ້າພັນສົບ​ອອກ ແລະ ປ່ອຍ​ລາວ​ໄປ”.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ຂອງ​ຊາວຢິວ, ຄົນ​ຈໍານວນ​ຫລວງຫລາຍ​ຈາກ​ຊົນນະບົດ​ເດີນທາງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ປະກອບ​ພິທີ​ຊຳລະ​ໂຕ​ກ່ອນ​ເທດສະການ​ປັດສະຄາ.


ໃນ​ວັນ​ຕໍ່ມາ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ທີ່​ມາ​ງານ​ເທດສະການ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ມາ​ນະຄອນ​ເຢຣູຊາເລັມ.


ດຽວນີ້​ມີ​ຊາວ​ກຣີກ​ບາງຄົນ​ໃນ​ບັນດາ​ຄົນ​ທັງຫລາຍ​ທີ່​ຂຶ້ນ​ໄປ​ເພື່ອ​ນະມັດສະການ​ໃນ​ເທດສະການ​ນັ້ນ.


ໃນ​ຂະນະ​ດຽວ​ກັນ​ນັ້ນ​ກໍ​ມີ​ຊາວ​ຢິວ​ຈໍານວນ​ຫລວງຫລາຍ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ໃນ​ທີ່​ນັ້ນ​ຈຶ່ງ​ພາກັນ​ມາ, ພວກເຂົາ​ບໍ່​ໄດ້​ມາ​ພຽງ​ເພາະ​ພຣະອົງ​ເທົ່ານັ້ນ​ແຕ່​ເພື່ອ​ຈະ​ໄດ້​ເຫັນ​ລາຊາໂຣ​ເໝືອນກັນ, ຜູ້​ທີ່​ພຣະເຢຊູເຈົ້າ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka