Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:53 - ພຣະຄຳພີລາວສະບັບສະໄໝໃໝ່

53 ດັ່ງນັ້ນ ຕັ້ງແຕ່​ມື້​ນັ້ນ​ມາ ພວກເຂົາ​ຈຶ່ງ​ວາງແຜນ​ຈະ​ເອົາ​ຊີວິດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

53 ຕັ້ງແຕ່​ວັນ​ນັ້ນ​ມາ ພວກເຂົາ​ກໍໄດ້​ວາງແຜນ​ຂ້າ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 11:53
22 Jak'a apnaqawi uñst'ayäwi  

ແຕ່​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ວາງແຜນ​ວ່າ​ພວກເຂົາ​ຈະ​ຂ້າ​ພຣະເຢຊູເຈົ້າ​ໄດ້​ຢ່າງໃດ.


ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕອບ​ພຣະອົງ​ໄດ້​ຈັກ​ຄຳ ແລະ ນັບ​ແຕ່​ວັນ​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.


ແລະ ພວກເຂົາ​ໄດ້​ວາງແຜນ​ເພື່ອ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.


ພວກຫົວໜ້າ​ປະໂລຫິດ ແລະ ທັງ​ສະພາ​ແຊນເຮດຣິນ​ໄດ້​ຊອກຫາ​ຫລັກຖານ​ບໍ່​ຈິງ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພຣະອົງ.


ບັດນີ້ ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຕ່າງ​ກໍ​ກຳລັງ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.


ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ເລີ່ມ​ວາງແຜນ​ກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.


ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.


ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ​ຈຶ່ງ​ວາງແຜນ​ຈະ​ຂ້າ​ລາຊາໂຣ​ເໝືອນກັນ,


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.


ຫລັງຈາກ​ຫລາຍ​ວັນ​ຜ່ານໄປ, ພວກ​ຢິວ​ໄດ້​ວາງ​ແຜນການ​ຈະ​ຂ້າ​ໂຊໂລ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka