Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ເພິ່ນ​ບໍ່​ໄດ້​ເວົ້າ​ດັ່ງນີ້​ຕາມ​ຄວາມຄິດ​ຂອງ​ຕົນເອງ ແຕ່​ເວົ້າ​ໃນ​ຖານະ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ, ເພິ່ນ​ໄດ້​ທຳນວາຍ​ວ່າ​ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ຊົນຊາດ​ຢິວ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ແທ້ຈິງ​ແລ້ວ ເພິ່ນ​ບໍ່ໄດ້​ເວົ້າ​ຕາມ​ລຳພັງ​ຕົນເອງ, ແຕ່​ເພິ່ນ​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ ເພິ່ນ​ຈຶ່ງ​ໄດ້ທຳນວາຍ​ວ່າ ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ປະເທດ​ຊາດ

Uka jalj uñjjattʼäta Copia luraña




ໂຢຮັນ 11:51
23 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ແລະ ເຮົາ​ສະຫລະ​ຊີວິດ​ຂອງ​ເຮົາ​ເພື່ອ​ແກະ​ນັ້ນ.


ຫລັງຈາກ​ນັ້ນ ມີ​ຜູ້​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ​ກາຢະຟາ ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ ໄດ້​ເວົ້າ​ຂຶ້ນ​ວ່າ, “ພວກທ່ານ​ບໍ່​ຮູ້ຈັກ​ຫຍັງ​ເລີຍ!


ແລະ ພາ​ພຣະອົງ​ໄປ​ຫາ​ອັນນາ​ກ່ອນ, ອັນນາ​ເປັນ​ພໍ່​ເມຍ​ຂອງ​ກາຢະຟາ​ຜູ້​ທີ່​ເປັນ​ມະຫາ​ປະໂລຫິດ​ປະຈຳການ​ໃນ​ປີ​ນັ້ນ.


ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ພຣະຄຣິດເຈົ້າ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄຳສາບແຊ່ງ​ຂອງ​ກົດບັນຍັດ​ໂດຍ​ກາຍເປັນ​ຜູ້​ຖືກ​ສາບແຊ່ງ​ແທນ​ພວກເຮົາ, ເພາະ​ມີ​ຄຳ​ຂຽນໄວ້​ວ່າ: “ຜູ້ໃດ​ທີ່​ຖືກ​ແຂວນ​ເທິງ​ຕົ້ນໄມ້​ກໍ​ຖືກ​ສາບແຊ່ງ​ແລ້ວ”.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka