Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:44 - ພຣະຄຳພີລາວສະບັບສະໄໝໃໝ່

44 ຜູ້​ຕາຍ​ນັ້ນ​ກໍ​ອອກມາ ມີ​ແຜ່ນ​ຜ້າຝ້າຍລິນິນ​ພັນ​ມື ແລະ ຕີນ​ຂອງ​ລາວ ແລະ ມີ​ຜ້າ​ຜືນ​ໜຶ່ງ​ຄຸມ​ໜ້າ​ຂອງ​ລາວ​ໄວ້. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ແກ້​ຜ້າພັນສົບ​ອອກ ແລະ ປ່ອຍ​ລາວ​ໄປ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

44 ຜູ້​ຕາຍ​ນັ້ນ​ກໍ​ອອກ​ມາ ມີ​ຜ້າ​ພັນ​ຕີນ​ພັນ​ມື ທັງ​ມີ​ຜ້າປົກ​ໜ້າ​ໄວ້​ຢູ່, ພຣະເຢຊູເຈົ້າ​ບອກ​ພວກເຂົາ​ວ່າ, “ແກ້​ຜ້າ​ໃຫ້​ລາວ ແລ້ວ​ປ່ອຍ​ລາວ​ໄປ.”

Uka jalj uñjjattʼäta Copia luraña




ໂຢຮັນ 11:44
20 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ສັ່ງຫ້າມ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ​ເດັດຂາດ ແລະ ສັ່ງ​ໃຫ້​ພວກເຂົາ​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.


“ຫລັງຈາກນັ້ນ​ຄົນຮັບໃຊ້​ອີກ​ຄົນ​ໜຶ່ງ​ເຂົ້າ​ມາ ແລະ ເວົ້າ​ວ່າ, ‘ນາຍ​ເອີຍ ນີ້​ຄື​ເງິນ​ໜຶ່ງ​ມີນາ​ຂອງ​ທ່ານ, ຂ້ານ້ອຍ​ໄດ້​ເອົາ​ຜ້າ​ຫໍ່​ເກັບ​ໄວ້.


ແລ້ວ​ຄົນ​ທີ່​ຕາຍ​ນັ້ນ​ກໍ​ລຸກຂຶ້ນ​ນັ່ງ ແລະ ເລີ່ມ​ເວົ້າ, ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ຄືນ​ໃຫ້​ແມ່​ຂອງ​ລາວ.


ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ພຣະອົງ​ກ່າວ​ວ່າ, “ຈົ່ງ​ກຶ່ງ​ກ້ອນຫີນ​ອອກ”. ມາທາ​ເອື້ອຍ​ຂອງ​ຜູ້​ຕາຍ​ນັ້ນ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ປານ​ນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຢູ່​ໃນ​ອຸບມຸງ​ມາ​ໄດ້​ສີ່​ວັນ​ແລ້ວ”.


ເມື່ອ​ກ່າວ​ດັ່ງນີ້​ແລ້ວ ພຣະເຢຊູເຈົ້າ​ເອີ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ລາຊາໂຣ​ເອີຍ, ຈົ່ງ​ອອກມາ​ສາ!”


ທັງ​ສອງ​ຄົນ​ໄດ້​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ​ລົງ​ມາ ແລ້ວ​ເອົາ​ຕ່ອນ​ຜ້າຝ້າຍລິນິນ​ພັນ​ສົບ​ຂອງ​ພຣະອົງ​ພ້ອມ​ກັບ​ເຄື່ອງຫອມ​ຕາມ​ທຳນຽມ​ການຝັງສົບ​ຂອງ​ຊາວຢິວ.


ເພິ່ນ​ກົ້ມ​ລົງ ແລະ ເບິ່ງ​ເຂົ້າ​ໄປ​ທາງ​ໃນ​ກໍ​ເຫັນ​ຜ້າຝ້າຍລິນິນ​ວາງ​ຢູ່ ແຕ່​ເພິ່ນ​ບໍ່​ໄດ້​ເຂົ້າ​ໄປ​ທາງໃນ.


ພ້ອມ​ກັບ​ຜ້າ​ທີ່​ພັນ​ອ້ອມ​ຫົວ​ຂອງ​ພຣະເຢຊູເຈົ້າ. ຜ້າ​ນັ້ນ​ຍັງ​ວາງ​ຢູ່​ບ່ອນ​ເກົ່າ ເຊິ່ງ​ແຍກ​ຕ່າງຫາກ​ຈາກ​ຜ້າຝ້າຍລິນິນ.


ເພາະ​ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ໃຫ້​ເປັນຄືນມາ ແລະ ໃຫ້ຊີວິດ​ແກ່​ພວກເຂົາ​ຢ່າງໃດ ພຣະບຸດ​ກໍ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ທີ່​ຈະ​ໃຫ້​ຢ່າງ​ນັ້ນ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka