Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ດັ່ງນັ້ນ ພວກເຂົາ​ຈຶ່ງ​ກຶ່ງ​ກ້ອນຫີນ​ອອກ ແລ້ວ​ພຣະເຢຊູເຈົ້າ​ເງີຍໜ້າ​ຂຶ້ນ ແລະ ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ​ທີ່​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ດັ່ງນັ້ນ ພວກເຂົາ​ຈຶ່ງ​ກື່ງ​ກ້ອນຫີນ​ອອກ ຝ່າຍ​ພຣະເຢຊູເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ທີ່​ພຣະອົງ​ຟັງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ໂຢຮັນ 11:41
14 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ແມ່ນ​ແລ້ວ ພຣະບິດາເຈົ້າ​ເອີຍ, ເພາະ​ພຣະອົງ​ພໍໃຈ​ຢ່າງ​ນັ້ນ.


ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ໃໝ່​ຂອງ​ຕົນ​ທີ່​ເຈາະ​ໄວ້​ໃນ​ຫີນ ແລະ ກຶ່ງ​ກ້ອນຫີນ​ໃຫຍ່​ປິດ​ທາງເຂົ້າ​ອຸບມຸງ​ໄວ້ ແລ້ວ​ເພິ່ນ​ກໍ​ຈາກ​ໄປ.


ດັ່ງນັ້ນ ໂຢເຊັບ​ໄດ້​ຊື້​ຜ້າຝ້າຍລິນິນ ແລ້ວ​ໄດ້​ນໍາເອົາ​ສົບ​ລົງມາ​ຈາກ​ໄມ້ກາງແຂນ ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຫີນ​ທີ່​ເຈາະ​ໄວ້ ແລະ ເພິ່ນ​ກໍ​ກຶ່ງ​ກ້ອນຫີນ​ໃຫຍ່​ປິດ​ທາງເຂົ້າ​ອຸບມຸງ​ໄວ້.


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຄົນ​ສະຫລາດ ແລະ ນັກ​ຮຽນຮູ້, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ. ພຣະບິດາເຈົ້າ​ເອີຍ, ແມ່ນ​ແລ້ວ ເພາະ​ນີ້​ຄື​ສິ່ງ​ທີ່​ພຣະອົງ​ຍິນດີ​ຈະ​ເຮັດ.


“ແຕ່​ຄົນເກັບພາສີ​ນັ້ນ​ຢືນ​ຢູ່​ແຕ່​ໄກ. ລາວ​ບໍ່​ກ້າ​ແມ່ນແຕ່​ຈະ​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ທຸບຕີ​ເອິກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້າ​ແດ່​ພຣະເຈົ້າ, ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ຜູ້​ເປັນ​ຄົນບາບ​ດ້ວຍ’.


ພວກເຂົາ​ໄດ້​ເຫັນ​ວ່າ​ກ້ອນຫີນ​ໄດ້​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ,


ແຕ່​ຂ້ານ້ອຍ​ຮູ້​ວ່າ​ແມ່ນແຕ່​ເວລາ​ນີ້​ສິ່ງ​ໃດ​ທີ່​ພຣະອົງ​ຂໍ ພຣະເຈົ້າ​ຈະ​ມອບ​ໃຫ້​ແກ່​ພຣະອົງ”.


ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.


ຕອນເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​ໃນຂະນະ​ທີ່​ຍັງ​ມືດ​ຢູ່, ມາຣີ​ຊາວ​ມັກດາລາ​ໄດ້​ມາ​ທີ່​ອຸບມຸງ​ຝັງສົບ ແລະ ເຫັນ​ວ່າ​ກ້ອນຫີນ​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ.


ແຕ່​ຊະເຕຟາໂນ, ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ໄດ້​ເງີຍໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka