Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 11:2 - ພຣະຄຳພີລາວສະບັບສະໄໝໃໝ່

2 (ມາຣີ​ຜູ້​ນີ້​ແມ່ນ​ຜູ້​ທີ່​ນ້ອງຊາຍ​ຂອງ​ລາວ​ຄື​ລາຊາໂຣ​ກຳລັງ​ປ່ວຍ​ຢູ່, ໄດ້​ເອົາ​ນ້ຳມັນຫອມ​ຖອກ​ຫົດສົງ​ອົງພຣະຜູ້ເປັນເຈົ້າ ແລະ ເອົາ​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ).

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ.

Uka jalj uñjjattʼäta Copia luraña




ໂຢຮັນ 11:2
11 Jak'a apnaqawi uñst'ayäwi  

ໃນຂະນະ​ທີ່​ພຣະອົງ​ຢູ່​ທີ່​ບ້ານ​ເບັດທານີ, ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຊີໂມນ​ຜູ້​ທີ່​ເປັນ​ພະຍາດຂີ້ທູດ, ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ພ້ອມດ້ວຍ​ເຕົ້າຫີນຂາວ ເຊິ່ງ​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ, ນ້ຳຫອມ​ນັ້ນ​ເຮັດ​ຈາກ​ເຄື່ອງຫອມ​ບໍລິສຸດ. ນາງ​ໄດ້​ຫັກ​ຄໍ​ເຕົ້າ​ນັ້ນ ແລະ ຖອກ​ນ້ຳຫອມ​ຫົດສົງ​ຫົວ​ພຣະອົງ.


ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”


ມາທາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ຄົງ​ຈະ​ບໍ່​ຕາຍ.


ດັ່ງນັ້ນ ເອື້ອຍ​ທັງ​ສອງ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້​ທີ່​ພຣະອົງ​ຮັກ​ນັ້ນ​ກຳລັງ​ປ່ວຍ​ຢູ່”.


ເມື່ອ​ມາຣີ​ມາ​ຮອດ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຢູ່ ແລະ ໄດ້​ເຫັນ​ພຣະອົງ, ນາງ​ກໍ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ຢູ່​ທີ່​ນີ້​ນ້ອງຊາຍ​ຂອງ​ຂ້ານ້ອຍ​ກໍ​ຄົງ​ບໍ່​ຕາຍ”.


ແລ້ວ​ນາງ​ມາຣີ​ກໍ​ໄດ້​ເອົາ​ນ້ຳຫອມ​ບໍລິສຸດ​ປະມານ​ເຄິ່ງ​ລິດ​ທີ່​ມີ​ລາຄາ​ແພງ​ມາ ນາງ​ໄດ້​ຖອກ​ນໍ້າຫອມ​ນັ້ນ​ຫົດ​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ໃຊ້​ຜົມ​ຂອງ​ຕົນ​ເຊັດ​ຕີນ​ຂອງ​ພຣະອົງ. ຈົນ​ທົ່ວ​ທັງ​ເຮືອນ​ຫອມກຸ້ມ​ດ້ວຍ​ກິ່ນ​ນ້ຳຫອມ​ນັ້ນ.


ພວກເຈົ້າ​ເອີ້ນ​ເຮົາ​ວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງ​ຖືກຕ້ອງ​ແລ້ວ, ເພາະ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເປັນ.


ດັ່ງນັ້ນ ຖ້າ​ເຮົາ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ອາຈານ​ຂອງ​ພວກເຈົ້າ​ຍັງ​ໄດ້​ລ້າງຕີນ​ໃຫ້​ພວກເຈົ້າ​ສັນໃດ, ພວກເຈົ້າ​ກໍ​ຄວນ​ລ້າງຕີນ​ໃຫ້​ກັນແລະກັນ​ສັນນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka