Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຄົນ​ເຝົ້າ​ປະຕູ ກໍ​ໄຂ​ປະຕູ​ໃຫ້​ແກ່​ຜູ້ນັ້ນ ແລະ​ຝູງແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ ເພິ່ນ​ເອີ້ນ​ແກະ​ຂອງຕົນ​ຕາມ​ຊື່ ແລະ​ພາ​ອອກ​ໄປ.

Uka jalj uñjjattʼäta Copia luraña




ໂຢຮັນ 10:3
32 Jak'a apnaqawi uñst'ayäwi  

“ເຮົາ​ນີ້​ແຫລະ​ເປັນ​ຜູ້ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ ແລະ ແກະ​ຂອງ​ເຮົາ​ກໍ​ຮູ້ຈັກ​ເຮົາ


ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.


ເມື່ອ​ເພິ່ນ​ໄດ້​ພາ​ແກະ​ທັງໝົດ​ຂອງ​ຕົນ​ອອກມາ​ແລ້ວ ເພິ່ນ​ກໍ​ນຳໜ້າ​ພວກມັນ​ໄປ ແລະ ແກະ​ຂອງ​ເພິ່ນ​ກໍ​ຕິດຕາມ​ເພິ່ນ​ໄປ​ເພາະ​ພວກມັນ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.


ເຮົາ​ນີ້​ແຫລະ​ເປັນ​ປະຕູ​ນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ຈະ​ໄດ້​ພົ້ນ. ພວກເຂົາ​ຈະ​ເຂົ້າ​ມາ ແລະ ອອກ​ໄປ, ແລ້ວ​ກໍ​ພົບ​ທົ່ງຫຍ້າ.


ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.


ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ​ວ່າ: ‘ພວກເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ການສອນ​ຈາກ​ພຣະເຈົ້າ’. ທຸກຄົນ​ທີ່​ໄດ້​ຍິນ​ພຣະບິດາເຈົ້າ ແລະ ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ແລະ ບັນດາ​ຜູ້​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ນັ້ນ​ພຣະອົງ​ກໍ​ເອີ້ນ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ນັ້ນ ພຣະອົງ​ກໍ​ຖືວ່າ​ເປັນ​ຜູ້ຊອບທຳ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ຖືວ່າ​ເປັນ​ຜູ້ຊອບທຳ ພຣະອົງ​ກໍ​ໃຫ້​ຮັບ​ສະຫງ່າລາສີ​ເໝືອນກັນ.


ເພາະວ່າ ປະຕູ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ເຮັດວຽກ​ຢ່າງ​ເກີດຜົນ ແລະ ຄົນ​ທີ່​ຕໍ່ຕ້ານ​ເຮົາ​ກໍ​ມີ​ຫລາຍ.


ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ແລະ ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ຂໍ​ໃຫ້​ພຣະເຈົ້າ​ເປີດ​ປະຕູ​ສຳລັບ​ຂໍ້ຄວາມ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ຂອງ​ພຣະຄຣິດເຈົ້າ, ການ​ທີ່​ເຮົາ​ຖືກຈໍາຈອງ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫລະ.


ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.


ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.


ສ່ວນ​ພວກເຮົາ​ມາ​ຈາກ​ພຣະເຈົ້າ, ຜູ້ໃດ​ກໍ​ຕາມ​ທີ່​ຮູ້​ຈັກ​ພຣະເຈົ້າ​ກໍ​ຍ່ອມ​ຟັງ​ພວກເຮົາ. ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ຍ່ອມ​ບໍ່​ຟັງ​ພວກເຮົາ. ນີ້​ຄື​ວິທີ​ທີ່​ພວກເຮົາ​ຮັບຮູ້​ວ່າ​ເປັນ​ພຣະວິນຍານ​ແຫ່ງ​ຄວາມຈິງ ແລະ ວິນຍານ​ແຫ່ງ​ຄວາມບໍ່ຈິງ.


ເຮົາ​ຫວັງ​ວ່າ​ຈະ​ເຫັນ​ພວກເຈົ້າ​ໃນ​ໄວໆ​ນີ້ ແລະ ພວກເຮົາ​ຈະ​ໄດ້​ໂອ້ລົມ​ກັນ​ໜ້າຕໍ່ໜ້າ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.


ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka