Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ແຕ່​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ຄຳ​ເຫລົ່ານີ້​ບໍ່​ແມ່ນ​ຄຳເວົ້າ​ຂອງ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນຕາບອດ​ເຫັນຮຸ່ງ​ໄດ້​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ແຕ່​ພວກ​ອື່ນ​ເວົ້າ​ວ່າ, “ຄົນ​ມີ​ຜີມານຮ້າຍ​ສິງ​ບໍ່​ເວົ້າ​ຢ່າງ​ນີ້​ດອກ ຜີມານຮ້າຍ​ຈະ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນຮຸ່ງ​ໄດ້​ຊັ້ນບໍ?”

Uka jalj uñjjattʼäta Copia luraña




ໂຢຮັນ 10:21
11 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ແລ້ວ​ກໍ​ມາເຖິງ​ເທດສະການ​ສະຫລອງ​ວິຫານ​ທີ່​ນະຄອນ​ເຢຣູຊາເລັມ, ເຊິ່ງ​ເປັນ​ລະດູ​ໜາວ,


ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ພຣະອົງ​ກໍ​ຖົ່ມ​ນ້ຳລາຍ​ລົງ​ພື້ນດິນ ເຮັດ​ເປັນ​ຂີ້ຕົມ ແລະ ທາ​ໃສ່​ຕາ​ຂອງ​ຊາຍ​ຄົນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka