Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ມີ​ຝູງແກະ​ອື່ນ​ທີ່​ເປັນ​ຝູງແກະ​ຂອງເຮົາ ແຕ່​ບໍ່​ຢູ່​ໃນ​ຄອກ​ນີ້ ເຮົາ​ຈະ​ຕ້ອງ​ພາ​ແກະ​ເຫຼົ່ານັ້ນ​ມາ​ເໝືອນກັນ ພວກເຂົາ​ຈະ​ຟັງ​ສຽງ​ຂອງເຮົາ ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ເຂົ້າ​ເປັນ​ຝູງ​ດຽວ​ທີ່​ມີ​ຜູ້​ລ້ຽງ​ແຕ່​ຜູ້​ດຽວ.

Uka jalj uñjjattʼäta Copia luraña




ໂຢຮັນ 10:16
48 Jak'a apnaqawi uñst'ayäwi  

ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”


“ຫລື ສົມມຸດ​ວ່າ​ຍິງ​ຄົນ​ໜຶ່ງ​ມີ​ຫລຽນ​ເງິນ​ຢູ່​ສິບ​ຫລຽນ ແລະ ເສຍ​ໄປ​ໜຶ່ງ​ຫລຽນ. ນາງ​ຈະ​ບໍ່​ໄຕ້​ຕະກຽງ, ກວາດ​ເຮືອນ ແລະ ຄົ້ນຫາ​ຢ່າງ​ຄັກແນ່​ຈົນ​ກວ່າ​ນາງ​ຈະ​ພົບ​ຫລຽນ​ນັ້ນ​ບໍ?


“ເຮົາ​ເປັນ​ຜູ້ລ້ຽງແກະ​ທີ່​ດີ. ຜູ້ລ້ຽງແກະ​ທີ່​ດີ​ນັ້ນ​ຍ່ອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ແກະ.


ສ່ວນ​ຄົນ​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຜູ້ລ້ຽງ​ແກະ.


ແກະ​ຂອງ​ເຮົາ​ກໍ​ຟັງ​ສຽງ​ຂອງ​ເຮົາ, ເຮົາ​ຮູ້ຈັກ​ແກະ​ນັ້ນ ແລະ ແກະ​ນັ້ນ​ກໍ​ຕິດຕາມ​ເຮົາ.


ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ.


ເມື່ອ​ເພິ່ນ​ໄດ້​ພາ​ແກະ​ທັງໝົດ​ຂອງ​ຕົນ​ອອກມາ​ແລ້ວ ເພິ່ນ​ກໍ​ນຳໜ້າ​ພວກມັນ​ໄປ ແລະ ແກະ​ຂອງ​ເພິ່ນ​ກໍ​ຕິດຕາມ​ເພິ່ນ​ໄປ​ເພາະ​ພວກມັນ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.


ແຕ່​ຝູງແກະ​ຈະ​ບໍ່​ຕິດຕາມ​ຄົນແປກໜ້າ, ແທ້ຈິງແລ້ວ, ພວກມັນ​ຈະ​ແລ່ນ​ໜີ​ໄປ​ຈາກ​ຄົນ​ນັ້ນ​ເພາະ​ພວກມັນ​ບໍ່​ຮູ້ຈັກ​ສຽງ​ຂອງ​ຄົນແປກໜ້າ”.


ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.


“ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ເພື່ອ​ພວກເຂົາ​ເທົ່ານັ້ນ. ແຕ່​ຂ້ານ້ອຍ​ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຈະ​ເຊື່ອ​ໃນ​ຂ້ານ້ອຍ​ຜ່ານ​ທາງ​ຖ້ອຍຄຳ​ຂອງ​ພວກເຂົາ​ເໝືອນກັນ,


ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.


ຊີໂມນ​ໄດ້​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສະແດງ​ຄວາມຫ່ວງໃຍ​ຂອງ​ພຣະອົງ​ຕັ້ງແຕ່​ທຳອິດ ໂດຍ​ເລືອກ​ຄົນຕ່າງຊາດ​ບາງຄົນ​ມາ​ເປັນ​ຂອງ​ພຣະອົງ.


ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຈະ​ໂຈມຕີ ແລະ ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້, ເພາະ​ເຮົາ​ມີ​ຄົນ​ຫລວງ​ຫລາຍ​ໃນ​ເມືອງ​ນີ້”.


“ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ແຕ່​ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ, ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຮັກ​ເອີຍ, ເພາະ​ພຣະເຈົ້າ​ເລືອກ​ພວກເຈົ້າ​ໃນ​ຖານະ​ຜົນ​ທຳອິດ​ຂອງ​ພຣະອົງ​ເພື່ອ​ຮັບ​ຄວາມພົ້ນ ໂດຍ​ການ​ຊຳລະ​ໃຫ້​ບໍລິສຸດ​ຈາກ​ພຣະວິນຍານ ແລະ ໂດຍ​ການ​ເຊື່ອ​ໃນ​ຄວາມຈິງ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


ເພາະ “ພວກເຈົ້າ​ເປັນ​ເໝືອນດັ່ງ​ແກະ​ທີ່​ຫລົງ​ທາງ”, ແຕ່​ບັດນີ້​ໄດ້​ກັບ​ມາ​ຫາ​ພຣະ​ຜູ້ລ້ຽງ ແລະ ຜູ້​ດູແລ​ຈິດວິນຍານ​ຂອງ​ພວກເຈົ້າ​ແລ້ວ.


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka