Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 10:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຄົນຮັບຈ້າງ​ບໍ່​ແມ່ນ​ຜູ້ລ້ຽງແກະ ແລະ ບໍ່​ໄດ້​ເປັນ​ເຈົ້າຂອງ​ແກະ. ດັ່ງນັ້ນ ເມື່ອ​ລາວ​ເຫັນ​ໝາໄນ​ມາ​ລາວ​ກໍ​ປະຖິ້ມ​ແກະ ແລະ ແລ່ນ​ໜີ​ໄປ. ແລ້ວ​ໝາໄນ​ກໍ​ເຂົ້າ​ມາ​ທຳຮ້າຍ​ແກະ ແລະ ເຮັດ​ໃຫ້​ແຕກຊະ​ກັນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ຜູ້​ຮັບຈ້າງ ຄື​ຜູ້​ທີ່​ບໍ່ແມ່ນ​ຄົນ​ລ້ຽງແກະ ແລະ​ທັງ​ບໍ່​ເປັນ​ເຈົ້າ​ຂອງ​ແກະ ເມື່ອ​ເຫັນ​ໝາໄນ​ມາ ລາວ​ກໍ​ປະຖິ້ມ​ຝູງແກະ ແລະ​ແລ່ນ​ປົບໜີໄປ ໝາໄນ​ຈຶ່ງ​ກັດ ແລະ​ຍາດ​ເອົາ​ຝູງແກະ​ເຮັດ​ໃຫ້​ເຂົາ​ແຕກຊະ​ກັນ​ໄປ.

Uka jalj uñjjattʼäta Copia luraña




ໂຢຮັນ 10:12
15 Jak'a apnaqawi uñst'ayäwi  

ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ໄປ​ເໝືອນດັ່ງ​ແກະ​ຢູ່​ທ່າມກາງ​ຝູງ​ໝາໄນ. ເຫດສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ ອ່ອນສຸພາບ​ເໝືອນ​ນົກເຂົາ.


“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.


ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.


ສ່ວນ​ຄົນ​ທີ່​ເຂົ້າ​ທາງ​ປະຕູ​ກໍ​ເປັນ​ຜູ້ລ້ຽງ​ແກະ.


ຄົນຍາມ​ປະຕູ​ກໍ​ໄຂ​ປະຕູ​ໃຫ້​ຄົນ​ນັ້ນ ແລະ ແກະ​ກໍ​ຟັງ​ສຽງ​ຂອງ​ເພິ່ນ. ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ຂອງ​ມັນ ແລະ ພາ​ພວກມັນ​ອອກ​ໄປ.


ຂ້າພະເຈົ້າ​ຮູ້​ວ່າ​ເມື່ອ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ພວກ​ໝາໄນ​ຮ້າຍກາດ​ຈະ​ເຂົ້າ​ມາ​ໃນ​ພວກທ່ານ ແລະ ຈະ​ບໍ່​ລະເວັ້ນ​ຊີວິດ​ຂອງ​ຝູງ​ແກະ​ເລີຍ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.


ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka