Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເພິ່ນ​ໄດ້​ມາ​ໃນ​ຖານະ​ເປັນພະຍານ​ເພື່ອ​ຢືນຢັນ​ກ່ຽວກັບ​ຄວາມສະຫວ່າງ​ນັ້ນ, ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຜ່ານ​ທາງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເພິ່ນ​ໄດ້​ມາ​ເພື່ອ​ເປັນ​ພະຍານ​ເຖິງ​ຄວາມ​ສະຫວ່າງ ເພື່ອ​ວ່າ​ຄົນ​ທັງປວງ​ຈະ​ໄດ້​ເຊື່ອ​ຍ້ອນ​ຖ້ອຍຄຳ​ທີ່​ເພິ່ນ​ກ່າວ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຮັນ 1:7
16 Jak'a apnaqawi uñst'ayäwi  

ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ


(ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’”.)


ນີ້​ແມ່ນ​ຄຳພະຍານ​ຂອງ​ໂຢຮັນ ເມື່ອ​ພວກເຈົ້າໜ້າທີ່​ຊາວຢິວ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໄດ້​ໃຊ້​ບັນດາ​ປະໂລຫິດ ແລະ ພວກ​ເລວີ​ມາ​ຖາມ​ເພິ່ນ​ວ່າ​ທ່ານ​ແມ່ນ​ຜູ້ໃດ.


ເມື່ອ​ເພິ່ນ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ໄປ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ລູກແກະ​ຂອງ​ພຣະເຈົ້າ!”


ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.


ໂປໂລ​ຈຶ່ງ​ເວົ້າ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ຄື​ບັບຕິສະມາ​ແຫ່ງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນ​ໄດ້​ບອກ​ຄົນ​ໃຫ້​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ, ຄື​ໃຫ້​ເຊື່ອ​ໃນ​ພຣະເຢຊູເຈົ້າ”.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.


ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.


ຜູ້​ປະສົງ​ໃຫ້​ທຸກຄົນ​ໄດ້​ຮັບ​ຄວາມພົ້ນ ແລະ ໄດ້​ມາ​ຮູ້ຈັກ​ຄວາມຈິງ.


ເພາະ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ປາກົດ​ນັ້ນ​ໄດ້​ໃຫ້​ຄວາມພົ້ນ​ແກ່​ທຸກຄົນ


ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ສັນຍາ​ເໝືອນດັ່ງ​ທີ່​ບາງຄົນ​ເຂົ້າໃຈ​ວ່າ​ຊ້າ. ແຕ່​ພຣະອົງ​ອົດທົນ​ຕໍ່​ພວກເຈົ້າ, ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຈິບຫາຍ​ໄປ, ແຕ່​ຕ້ອງການ​ໃຫ້​ທຸກຄົນ​ກັບ​ມາ​ເພື່ອ​ຖິ້ມໃຈເກົ່າເອົາໃຈໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka