Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:48 - ພຣະຄຳພີລາວສະບັບສະໄໝໃໝ່

48 ນະທານາເອັນ​ຖາມ​ວ່າ, “ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງໃດ?” ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ເຫັນ​ເຈົ້າ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່​ກ້ອງ​ຕົ້ນໝາກເດື່ອ​ນັ້ນ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

48 ນະທານາເອັນ ຈຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານ​ຮູ້ຈັກ​ຂ້ານ້ອຍ​ໄດ້​ຢ່າງ​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ເຈົ້າ​ແລ້ວ ຕອນ​ທີ່​ເຈົ້າ​ຢູ່​ກ້ອງ​ຕົ້ນ​ເດື່ອ ກ່ອນ​ທີ່​ຟີລິບ​ເອີ້ນ​ເຈົ້າ.”

Uka jalj uñjjattʼäta Copia luraña




ໂຢຮັນ 1:48
14 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


ແຕ່​ສຳລັບ​ພວກເຈົ້າ ເມື່ອ​ອະທິຖານ, ຈົ່ງ​ເຂົ້າໄປ​ໃນ​ຫ້ອງ​ຂອງ​ພວກເຈົ້າ, ອັດ​ປະຕູ ແລະ ອະທິຖານ​ຕໍ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ. ແລ້ວ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.


ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ.


ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດຊາອີດາ​ໃນ​ແຂວງ​ຄາລີເລ ດ້ວຍ​ຄຳ​ຂໍຮ້ອງ​ວ່າ, “ນາຍ​ເອີຍ, ພວກຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ”.


ຟີລິບ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ​ກໍ​ພຽງພໍ​ແລ້ວ​ສຳລັບ​ພວກຂ້ານ້ອຍ”.


ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ກຳລັງ​ມາ​ຫາ​ພຣະອົງ, ພຣະອົງ​ກ່າວ​ກັບ​ຟີລິບ​ວ່າ, “ພວກເຮົາ​ຈະ​ໄປ​ຫາ​ຊື້​ອາຫານ​ຢູ່​ໃສ​ມາ​ໃຫ້​ຄົນ​ເຫລົ່ານີ້​ກິນ?”


ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”


ດັ່ງ​ທີ່​ຄວາມລັບ​ໃນ​ໃຈ​ຂອງ​ພວກເຂົາ​ໄດ້​ຖືກ​ເປີດເຜີຍ. ດັ່ງນັ້ນ ພວກເຂົາ​ກໍ​ຈະ​ຂາບ​ລົງ ແລະ ນະມັດສະການ​ພຣະເຈົ້າ ແລະ ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້ຈິງ!”


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka