44 ຟີລິບເປັນຄົນມາຈາກເມືອງເບັດຊາອີດາເໝືອນກັນກັບອັນເດອາ ແລະ ເປໂຕ.
44 ຟີລິບເປັນຄົນມາຈາກເບັດສາອີດາເປັນເມືອງທີ່ອັນເດອາ ແລະ ເປໂຕຢູ່).
ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຄົນເກັບພາສີ, ຢາໂກໂບ ລູກຊາຍຂອງອາລະຟາຍ ແລະ ທາດາຍ,
“ວິບັດແກ່ເຈົ້າ, ເມືອງໂຂຣາຊິນ! ວິບັດແກ່ເຈົ້າ, ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າແລ້ວນັ່ງເທິງຂີ້ເຖົ່າ.
ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ທາດາຍ, ຊີໂມນຜູ້ຮັກຊາດ
ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ຈັດໃຫ້ພວກສາວົກຂອງພຣະອົງເຂົ້າໄປໃນເຮືອ ແລະ ຂ້າມຟາກໄປຍັງເມືອງເບັດຊາອີດາລ່ວງໜ້າກ່ອນພຣະອົງ, ໃນຂະນະທີ່ພຣະອົງບອກປະຊາຊົນໃຫ້ເລີກເມືອ.
ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກມາຮອດເມືອງເບັດຊາອີດາ, ມີບາງຄົນໄດ້ພາຊາຍຕາບອດຜູ້ໜຶ່ງມາ ແລະ ຂໍຮ້ອງພຣະເຢຊູເຈົ້າໃຫ້ວາງມືໃສ່ລາວ.
“ວິບັດແກ່ເຈົ້າ ເມືອງໂຂຣາຊິນ! ວິບັດແກ່ເຈົ້າ ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າ ແລ້ວນັ່ງເທິງຂີ້ເຖົ່າ.
ຊີໂມນ (ເຊິ່ງພຣະອົງຕັ້ງຊື່ໃຫ້ວ່າເປໂຕ), ອັນເດອານ້ອງຊາຍຂອງເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ,
ເມື່ອພວກອັກຄະສາວົກກັບຄືນມາແລ້ວ, ພວກເພິ່ນກໍໄດ້ລາຍງານພຣະເຢຊູເຈົ້າເຖິງສິ່ງທີ່ພວກເພິ່ນໄດ້ເຮັດ. ແລ້ວພຣະອົງຈຶ່ງພາພວກເພິ່ນແຍກໂຕອອກໄປຕ່າງຫາກທີ່ເມືອງໜຶ່ງຊື່ວ່າເບັດຊາອີດາ,
ວັນຕໍ່ມາ ພຣະເຢຊູເຈົ້າໄດ້ຕັດສິນໃຈທີ່ຈະໄປແຂວງຄາລີເລ, ພຣະອົງໄດ້ພົບຟີລິບ ແລະ ກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”.
ຟີລິບໄດ້ພົບນະທານາເອັນ ແລະ ບອກລາວວ່າ, “ພວກເຮົາໄດ້ພົບຜູ້ທີ່ໂມເຊໄດ້ຂຽນໄວ້ໃນໜັງສືກົດບັນຍັດ ແລະ ບັນດາຜູ້ທຳນວາຍກໍໄດ້ຂຽນໄວ້ເໝືອນກັນຄື ພຣະເຢຊູເຈົ້າຊາວນາຊາເຣັດລູກຂອງໂຢເຊັບ”.
ນະທານາເອັນໄດ້ຖາມວ່າ, “ນາຊາເຣັດ! ຈະມີສິ່ງດີອັນໃດມາຈາກທີ່ນັ້ນໄດ້ບໍ?” ຟີລິບຕອບວ່າ, “ມາເບິ່ງສາ”.
ນະທານາເອັນຖາມວ່າ, “ພຣະອົງຮູ້ຈັກຂ້ານ້ອຍໄດ້ຢ່າງໃດ?” ພຣະເຢຊູເຈົ້າກ່າວວ່າ, “ເຮົາເຫັນເຈົ້າຂະນະທີ່ເຈົ້າຍັງຢູ່ກ້ອງຕົ້ນໝາກເດື່ອນັ້ນ ກ່ອນທີ່ຟີລິບຈະເອີ້ນເຈົ້າ”.
ພວກເຂົາໄດ້ໄປຫາຟີລິບ ຜູ້ທີ່ມາຈາກເບັດຊາອີດາໃນແຂວງຄາລີເລ ດ້ວຍຄຳຂໍຮ້ອງວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູເຈົ້າ”.
ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາ ແລະ ຟີລິບກໍກັບໄປບອກພຣະເຢຊູເຈົ້າ.
ເມື່ອພຣະເຢຊູເຈົ້າຫລຽວເຫັນຄົນເປັນຈໍານວນຫລວງຫລາຍກຳລັງມາຫາພຣະອົງ, ພຣະອົງກ່າວກັບຟີລິບວ່າ, “ພວກເຮົາຈະໄປຫາຊື້ອາຫານຢູ່ໃສມາໃຫ້ຄົນເຫລົ່ານີ້ກິນ?”
ຟີລິບຕອບພຣະອົງວ່າ, “ຈະຕ້ອງໃຊ້ເງິນເທົ່າກັບຄ່າຈ້າງຂອງຄົນງານຄົນໜຶ່ງຫລາຍກວ່າເຄິ່ງປີເພື່ອພໍຊື້ເຂົ້າຈີ່ໃຫ້ຄົນເຫລົ່ານີ້ກິນຄົນລະຄຳ!”
ເມື່ອພວກເພິ່ນມາເຖິງທີ່ນັ້ນ ພວກເພິ່ນກໍໄດ້ຂຶ້ນໄປທີ່ຫ້ອງພັກຊັ້ນເທິງບ່ອນທີ່ພວກເພິ່ນເຄີຍພັກເຊົາ. ໃນພວກເພິ່ນມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາລູກຊາຍຂອງຢາໂກໂບ.