Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:43 - ພຣະຄຳພີລາວສະບັບສະໄໝໃໝ່

43 ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ໄປ​ແຂວງ​ຄາລີເລ, ພຣະອົງ​ໄດ້​ພົບ​ຟີລິບ ແລະ ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

43 ວັນ​ຕໍ່ມາ​ອີກ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ໄປ​ແຂວງ​ຄາລີເລ ພຣະອົງ​ໄດ້​ພົບ​ຟີລິບ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” (

Uka jalj uñjjattʼäta Copia luraña




ໂຢຮັນ 1:43
19 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນເກັບພາສີ, ຢາໂກໂບ ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ, ພຣະອົງ​ຈຶ່ງ​ກັບຄືນ​ໄປ​ຍັງ​ແຂວງ​ຄາລີເລ.


ແຕ່​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ປ່ອຍ​ໃຫ້​ຄົນຕາຍ​ຝັງ​ກັນ​ເອງ​ສາ”.


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ​ໄປ​ແລ້ວ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ, ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ມັດທາຍ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.


ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ”.


ເຫດການ​ທັງໝົດ​ນີ້​ເກີດ​ຂຶ້ນ​ທີ່​ບ້ານ​ເບັດທານີ ເຊິ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳຈໍແດນ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ.


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ວັນ​ຕໍ່ມາ ໂຢຮັນ​ກັບ​ລູກສິດ​ສອງ​ຄົນ​ກໍ​ຢູ່​ບ່ອນ​ນັ້ນ​ອີກ.


ເມື່ອ​ລູກສິດ​ທັງ​ສອງ​ໄດ້​ຍິນ​ເພິ່ນ​ກ່າວ​ຢ່າງ​ນັ້ນ ຈຶ່ງ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.


ຟີລິບ​ເປັນ​ຄົນ​ມາ​ຈາກ​ເມືອງ​ເບັດຊາອີດາ​ເໝືອນ​ກັນ​ກັບ​ອັນເດອາ ແລະ ເປໂຕ.


ພວກເຂົາ​ໄດ້​ໄປ​ຫາ​ຟີລິບ ຜູ້​ທີ່​ມາ​ຈາກ​ເບັດຊາອີດາ​ໃນ​ແຂວງ​ຄາລີເລ ດ້ວຍ​ຄຳ​ຂໍຮ້ອງ​ວ່າ, “ນາຍ​ເອີຍ, ພວກຂ້ານ້ອຍ​ຢາກ​ເຫັນ​ພຣະເຢຊູເຈົ້າ”.


ຟີລິບ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ສະແດງ​ພຣະບິດາເຈົ້າ​ໃຫ້​ພວກຂ້ານ້ອຍ​ໄດ້​ເຫັນ​ກໍ​ພຽງພໍ​ແລ້ວ​ສຳລັບ​ພວກຂ້ານ້ອຍ”.


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ກຳລັງ​ມາ​ຫາ​ພຣະອົງ, ພຣະອົງ​ກ່າວ​ກັບ​ຟີລິບ​ວ່າ, “ພວກເຮົາ​ຈະ​ໄປ​ຫາ​ຊື້​ອາຫານ​ຢູ່​ໃສ​ມາ​ໃຫ້​ຄົນ​ເຫລົ່ານີ້​ກິນ?”


ຟີລິບ​ຕອບ​ພຣະອົງ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ​ເພື່ອ​ພໍ​ຊື້​ເຂົ້າຈີ່​ໃຫ້​ຄົນ​ເຫລົ່ານີ້​ກິນ​ຄົນ​ລະ​ຄຳ!”


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.


ພວກເຮົາ​ຮັກ​ກໍ​ເພາະ​ພຣະອົງ​ໄດ້​ຮັກ​ພວກເຮົາ​ກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka