Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).

Uka jalj uñjjattʼäta Copia luraña




ໂຢຮັນ 1:42
20 Jak'a apnaqawi uñst'ayäwi  

ລາຍຊື່​ຂອງ​ອັກຄະສາວົກ​ສິບສອງ​ຄົນ​ແມ່ນ​ມີ​ດັ່ງນີ້: ຄົນ​ທຳອິດ​ຊື່​ວ່າ: ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງ​ເພິ່ນ, ຢາໂກໂບ ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ,


ບັນດາ​ສິບສອງ​ຄົນ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ມີ​ດັ່ງນີ້: ຊີໂມນ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ),


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ຊີໂມນ (ເຊິ່ງ​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ), ອັນເດອາ​ນ້ອງຊາຍ​ຂອງ​ເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ,


“ເຮົາ​ບໍ່​ໄດ້​ໝາຍ​ເຖິງ​ທຸກ​ຄົນ​ໃນ​ພວກເຈົ້າ, ເຮົາ​ຮູ້ຈັກ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ ແຕ່​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະຄຳພີ​ທີ່​ກ່າວ​ໄວ້​ວ່າ: ‘ຜູ້​ທີ່​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ ຍັງ​ໄດ້​ຫັນມາ​ຕໍ່ສູ້​ເຮົາ’.


ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.


ພຣະເຢຊູເຈົ້າ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້”.


ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.


ແລະ ພຣະອົງ​ໄດ້​ປາກົດ​ແກ່​ເກຟາ, ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄດ້​ປາກົດ​ແກ່​ອັກຄະສາວົກ​ທັງ​ສິບສອງ​ຄົນ.


ບໍ່​ວ່າ​ໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກ​ນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ,


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ​ເຮັດ​ບໍ?


ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.


ເມື່ອ​ເກຟາ​ໄດ້​ມາ​ເຖິງ​ອັນຕີໂອເຂຍ, ເຮົາ​ກໍ​ໄດ້​ຄັດຄ້ານ​ເພິ່ນ​ຕໍ່ໜ້າ ເພາະວ່າ​ເພິ່ນ​ໄດ້​ເຮັດຜິດ​ຢ່າງ​ຊັດເຈນ.


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka