4 ໃນພຣະອົງຄືຊີວິດ ແລະ ຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.
4 ພຣະທຳນັ້ນ ຊົງມີຊີວິດຢູ່ໃນພຣະອົງເອງ ແລະຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດ ໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່; ບັນດາຜູ້ອາໄສໃນດິນແດນຂອງເງົາແຫ່ງຄວາມຕາຍນັ້ນ ແສງສະຫວ່າງເລີ່ມສ່ອງສະຫວ່າງຂຶ້ນແລ້ວ”.
ແສງສະຫວ່າງເພື່ອເປີດເຜີຍແກ່ບັນດາຄົນຕ່າງຊາດ, ແລະ ເພື່ອເປັນສະຫງ່າລາສີແກ່ຊາວອິດສະຣາເອນປະຊາຊົນຂອງພຣະອົງ”.
ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ເຮົານີ້ແຫລະເປັນເຫດໃຫ້ຄົນທັງປວງເປັນຄືນມາຈາກຕາຍ ແລະ ເປັນຊີວິດ. ຜູ້ທີ່ເຊື່ອໃນເຮົາເຖິງວ່າຕາຍໄປແລ້ວກໍຈະມີຊີວິດຢູ່
ແລ້ວພຣະເຢຊູເຈົ້າໄດ້ບອກພວກເຂົາວ່າ, “ພວກເຈົ້າຈະມີຄວາມສະຫວ່າງອີກໜ້ອຍໜຶ່ງ. ຈົ່ງເດີນຕໍ່ໄປຂະນະທີ່ຍັງມີແສງສະຫວ່າງຢູ່ ກ່ອນທີ່ຄວາມມືດຈະຄອບຄອງພວກເຈົ້າ, ຜູ້ທີ່ເດີນຢູ່ໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປໃສ.
ເຮົາໄດ້ເຂົ້າມາໃນໂລກນີ້ໃນຖານະທີ່ເປັນຄວາມສະຫວ່າງ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ.
ພຣະເຢຊູເຈົ້າຕອບວ່າ, “ເຮົານີ້ແຫລະເປັນທາງນັ້ນ ເປັນຄວາມຈິງ ແລະ ເປັນຊີວິດ. ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ນອກຈາກມາທາງເຮົາ.
ຄຳຕັດສິນເປັນດັ່ງນີ້ຄື ຄວາມສະຫວ່າງໄດ້ເຂົ້າມາໃນໂລກ, ແຕ່ມະນຸດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ.
ເພາະພຣະບິດາເຈົ້າບັນດານໃຫ້ຄົນທີ່ຕາຍແລ້ວໃຫ້ເປັນຄືນມາ ແລະ ໃຫ້ຊີວິດແກ່ພວກເຂົາຢ່າງໃດ ພຣະບຸດກໍຈະໃຫ້ຊີວິດແກ່ຜູ້ທີ່ພຣະອົງພໍໃຈທີ່ຈະໃຫ້ຢ່າງນັ້ນເໝືອນກັນ.
ເພາະວ່າພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ.
ເມື່ອພຣະເຢຊູເຈົ້າໄດ້ກ່າວກັບປະຊາຊົນອີກ, ພຣະອົງກ່າວວ່າ, “ເຮົານີ້ແຫລະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ”.
ໃນຂະນະທີ່ເຮົາຍັງຢູ່ໃນໂລກນີ້ ເຮົາກໍເປັນຄວາມສະຫວ່າງຂອງໂລກ”.
ຄືທີ່ພຣະຄຣິດເຈົ້າຈະຕ້ອງທົນທຸກທໍລະມານ ແລະ, ໃນຖານະທີ່ເປັນຜູ້ທຳອິດທີ່ເປັນຄືນມາຈາກຕາຍ ແລະ ນຳແສງສະຫວ່າງມາສູ່ຄົນຂອງພຣະອົງເອງ ແລະ ຄົນຕ່າງຊາດ”.
ດັ່ງນັ້ນຈຶ່ງມີຖ້ອຍຄຳຂຽນໄວ້ວ່າ: “ອາດາມມະນຸດຄົນທຳອິດໄດ້ກາຍເປັນຜູ້ມີຊີວິດ”; ສ່ວນອາດາມຄົນສຸດທ້າຍເປັນວິນຍານຜູ້ໃຫ້ຊີວິດ.
ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ: “ຄົນທີ່ຫລັບເອີຍ, ຈົ່ງຕື່ນຂຶ້ນ, ຈົ່ງຟື້ນຄືນມາຈາກຄວາມຕາຍ, ແລະ ພຣະຄຣິດເຈົ້າຈະສ່ອງສະຫວ່າງໃສ່ເຈົ້າ”.
ເມື່ອໃດທີ່ພຣະຄຣິດເຈົ້າຜູ້ເປັນຊີວິດຂອງພວກເຈົ້າມາປາກົດ ເມື່ອນັ້ນແຫລະ ພວກເຈົ້າກໍຈະໄດ້ມາປາກົດພ້ອມກັບພຣະອົງໃນສະຫງ່າລາສີຂອງພຣະອົງ.
ພວກເຮົາໄດ້ປະກາດກ່ຽວກັບພຣະທຳແຫ່ງຊີວິດ ເຊິ່ງດຳລົງຢູ່ຕັ້ງແຕ່ປະຖົມມະການ, ເຊິ່ງພວກເຮົາໄດ້ຍິນ, ເຊິ່ງພວກເຮົາໄດ້ເຫັນກັບຕາ, ເຊິ່ງພວກເຮົາໄດ້ແນມເບິ່ງ ແລະ ໄດ້ສຳພັດດ້ວຍມືຂອງພວກເຮົາ.
ຊີວິດນີ້ໄດ້ປາກົດຂຶ້ນແລ້ວ, ພວກເຮົາໄດ້ເຫັນ, ໄດ້ເປັນພະຍານ ແລະ ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງຊີວິດນິລັນດອນ ເຊິ່ງດຳລົງຢູ່ກັບພຣະບິດາເຈົ້າ ແລະ ໄດ້ປາກົດແກ່ພວກເຮົາ.
ແລະ ນີ້ແມ່ນຄຳພະຍານຄື: ພຣະເຈົ້າໄດ້ໃຫ້ຊີວິດນິລັນດອນແກ່ພວກເຮົາ ແລະ ຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ.
ແລ້ວເທວະດານັ້ນໄດ້ສະແດງໃຫ້ຂ້າພະເຈົ້າເຫັນແມ່ນ້ຳທີ່ມີນ້ຳແຫ່ງຊີວິດໄສເໝືອນດັ່ງແກ້ວ, ໄຫລຈາກບັນລັງຂອງພຣະເຈົ້າ ແລະ ຂອງລູກແກະຂອງພຣະເຈົ້າ
“ເຮົາຄືເຢຊູ, ເຮົາໄດ້ໃຊ້ເທວະດາຂອງເຮົາມາເປັນພະຍານເຖິງສິ່ງເຫລົ່ານີ້ແກ່ພວກເຈົ້າເພື່ອຄຣິສຕະຈັກຕ່າງໆ. ເຮົາເປັນຮາກ ແລະ ເປັນເຊື້ອສາຍຂອງດາວິດ ແລະ ເຮົາເປັນດາວຍາມເຊົ້າທີ່ສົດໃສ”.