Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:39 - ພຣະຄຳພີລາວສະບັບສະໄໝໃໝ່

39 ພຣະອົງ​ຕອບ​ວ່າ, “ເຊີນ​ມາ ແລ້ວ​ພວກທ່ານ​ຈະ​ເຫັນ”. ພວກເພິ່ນ​ຈຶ່ງ​ໄປ ແລະ ໄດ້​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ຢູ່ ແລະ ພວກເພິ່ນ​ກໍ​ຢູ່​ກັບ​ພຣະອົງ​ໃນ​ວັນ​ນັ້ນ ເຊິ່ງ​ເປັນ​ເວລາ​ປະມານ​ບ່າຍ​ສີ່​ໂມງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

39 ພຣະອົງ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ເຊີນມາ ແລະ​ເບິ່ງເອົາ.” ພວກເພິ່ນ​ກໍ​ໄປ​ກັບ​ພຣະອົງ ແລະ​ເຫັນ​ບ່ອນ​ທີ່​ພຣະອົງ​ພັກ​ໃນ​ວັນ​ນັ້ນ ພວກເພິ່ນ​ກໍໄດ້​ພັກ​ຢູ່​ກັບ​ພຣະອົງ (ເພາະ​ໃນ​ຂະນະ​ນັ້ນ​ເປັນ​ເວລາ​ສີ່​ໂມງ​ແລງ​ແລ້ວ).

Uka jalj uñjjattʼäta Copia luraña




ໂຢຮັນ 1:39
11 Jak'a apnaqawi uñst'ayäwi  

ແຕ່​ພວກເພິ່ນ​ໄດ້​ໜ່ວງໜ່ຽວ​ພຣະອົງ​ວ່າ, “ແວ່​ພັກເຊົາ​ຢູ່​ກັບ​ພວກເຮົາ​ກ່ອນ​ເພາະ​ໃກ້​ຈະ​ຄ່ຳ, ກາງເວັນ​ກໍ​ຈະ​ໝົດ​ໄປ​ແລ້ວ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກເຊົາ​ຢູ່​ກັບ​ພວກເພິ່ນ.


ພຣະເຢຊູເຈົ້າ​ຫລຽວຄືນຫລັງ​ເຫັນ​ພວກເພິ່ນ​ຕິດຕາມ​ມາ ຈຶ່ງ​ຖາມ​ວ່າ, “ພວກທ່ານ​ຕ້ອງການ​ຫຍັງ​ບໍ?” ພວກເພິ່ນ​ຕອບ​ວ່າ, “ຣັບບີ (ເຊິ່ງ​ແປ​ວ່າ​ອາຈານ) ທ່ານ​ພັກ​ຢູ່​ທີ່​ໃດ?”


ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເປັນ​ຜູ້​ໜຶ່ງ​ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢຮັນ​ກ່າວ ແລະ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ.


ນະທານາເອັນ​ໄດ້​ຖາມ​ວ່າ, “ນາຊາເຣັດ! ຈະ​ມີ​ສິ່ງ​ດີ​ອັນໃດ​ມາ​ຈາກ​ທີ່​ນັ້ນ​ໄດ້​ບໍ?” ຟີລິບ​ຕອບວ່າ, “ມາ​ເບິ່ງ​ສາ”.


ດັ່ງນັ້ນ ເມື່ອ​ຊາວ​ຊາມາເຣຍ​ມາ​ຫາ​ພຣະອົງ, ພວກເຂົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພຣະອົງ​ຢູ່​ກັບ​ພວກເຂົາ ແລະ ພຣະອົງ​ກໍ​ຢູ່​ທີ່​ນັ້ນ​ສອງ​ວັນ.


ຄົນ​ເຫລົ່ານັ້ນ​ທັງໝົດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ​ກໍ​ຈະ​ມາ​ຫາ​ເຮົາ ແລະ ຜູ້ໃດ​ກໍ​ຕາມ​ທີ່​ມາຫາ​ເຮົາ ເຮົາ​ຈະ​ບໍ່​ຂັບໄລ່​ໄປ​ຈັກເທື່ອ.


ເຮົາ​ຢູ່​ທີ່​ນີ້! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ. ຖ້າ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ເປີດ​ປະຕູ, ເຮົາ​ຈະ​ເຂົ້າ​ໄປ ແລະ ຈະ​ຮັບປະທານ​ອາຫານ​ກັບ​ຜູ້​ນັ້ນ ແລະ ລາວ​ຈະ​ຮັບປະທານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka