24 ພວກຟາຣີຊາຍບາງຄົນທີ່ຖືກໃຊ້ມານັ້ນ
24 ພວກທີ່ຖືກໃຊ້ມານັ້ນແມ່ນຄົນໃນພວກຟາຣີຊາຍ
ຄົນຟາຣີຊາຍຕາບອດເອີຍ! ຈົ່ງລ້າງຈອກ ແລະ ຖ້ວຍຊາມພາຍໃນກ່ອນ ແລ້ວພາຍນອກກໍຈະສະອາດກ້ຽງດີເໝືອນກັນ.
ເມື່ອພຣະເຢຊູເຈົ້າອອກໄປຂ້າງນອກ, ພວກຟາຣີຊາຍກັບພວກຄູສອນກົດບັນຍັດກໍເລີ່ມຕໍ່ຕ້ານພຣະອົງຢ່າງຮຸນແຮງ ແລະ ເລີ່ມພາກັນຕັ້ງຄຳຖາມໃສ່ພຣະອົງ,
ຝ່າຍພວກຟາຣີຊາຍຜູ້ທີ່ຮັກເງິນເມື່ອໄດ້ຍິນເລື່ອງທັງໝົດນີ້ແລ້ວກໍເຢາະເຢີ້ຍພຣະເຢຊູເຈົ້າ.
ແຕ່ພວກຟາຣີຊາຍ ແລະ ພວກຜູ້ຊຳນານດ້ານກົດບັນຍັດບໍ່ຍອມຮັບເຈດຕະນາຂອງພຣະເຈົ້າທີ່ມີຕໍ່ພວກເຂົາ, ເພາະພວກເຂົາບໍ່ໄດ້ບັບຕິສະມາຈາກໂຢຮັນ.)
ໂຢຮັນຈຶ່ງຕອບຕາມທີ່ເອຊາຢາຜູ້ທຳນວາຍໄດ້ກ່າວໄວ້ວ່າ, “ເຮົາເປັນສຽງຂອງຜູ້ຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງເຮັດຫົນທາງສຳລັບອົງພຣະຜູ້ເປັນເຈົ້າໃຫ້ຊື່ໄປ’”.
ຈຶ່ງຖາມເພິ່ນວ່າ, “ຖ້າທ່ານບໍ່ແມ່ນພຣະຄຣິດເຈົ້າ ບໍ່ແມ່ນເອລີຢາ ຫລື ຜູ້ທຳນວາຍນັ້ນ ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ?”
(ພວກຊາດູກາຍບອກວ່າບໍ່ມີການເປັນຄືນມາຈາກຕາຍ, ບໍ່ມີເທວະດາ ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍເຊື່ອວ່າມີສິ່ງເຫລົ່ານີ້ທັງໝົດ.)
ພວກເຂົາໄດ້ຮູ້ຈັກຂ້ານ້ອຍມາດົນນານແລ້ວ ແລະ ສາມາດເປັນພະຍານໄດ້ຖ້າພວກເຂົາເຕັມໃຈ, ວ່າຂ້ານ້ອຍປະຕິບັດຕາມນິກາຍທີ່ເຄັ່ງຄັດທີ່ສຸດໃນສາສະໜາຂອງພວກຂ້ານ້ອຍ, ຄືດຳເນີນຊີວິດໃນຖານະຟາຣີຊາຍຄົນໜຶ່ງ.