Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ພວກເຂົາ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ເພິ່ນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ”. ພວກເຂົາ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້ທຳນວາຍ​ບໍ?” ເພິ່ນ​ຕອບ​ວ່າ, “ບໍ່ແມ່ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ພວກເຂົາ​ຈຶ່ງ​ຖາມ​ອີກ​ວ່າ, “ຖ້າດັ່ງນັ້ນ ທ່ານ​ແມ່ນ​ຜູ້ໃດ? ທ່ານ​ແມ່ນ​ເອລີຢາ​ບໍ?” ໂຢຮັນ​ຕອບ​ວ່າ, “ເຮົາ​ບໍ່ແມ່ນ​ເອລີຢາ.” ພວກເຂົາ​ຖາມ​ວ່າ, “ທ່ານ​ເປັນ​ຜູ້ທຳນວາຍ​ບໍ”? ໂຢຮັນ​ຕອບ​ວ່າ, “ບໍ່ແມ່ນ.”

Uka jalj uñjjattʼäta Copia luraña




ໂຢຮັນ 1:21
12 Jak'a apnaqawi uñst'ayäwi  

ແລະ ຖ້າ​ພວກເຈົ້າ​ເຕັມໃຈ​ຍອມຮັບ​ເອົາ​ຖ້ອຍຄຳ​ນີ້, ໂຢຮັນ​ກໍ​ຄື​ເອລີຢາ​ຜູ້​ທີ່​ຈະ​ມາ.


ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ເປັນ​ເອລີຢາ, ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ເຢເຣມີຢາ ຫລື ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.


ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ​ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ​ແຂວງ​ຄາລີເລ”.


ແລະ ເພິ່ນ​ຈະ​ອອກໜ້າ​ກ່ອນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຈິດວິນຍານ ແລະ ລິດອຳນາດ​ຂອງ​ເອລີຢາ, ເພື່ອ​ໃຫ້​ຈິດໃຈ​ຂອງ​ພໍ່​ຫັນ​ມາ​ຫາ​ລູກ ແລະ ນຳ​ຄົນບໍ່ເຊື່ອຟັງ​ຫັນ​ມາ​ສູ່​ປັນຍາ​ຂອງ​ຄົນຊອບທຳ ເພື່ອ​ຈັດຕຽມ​ຊົນຊາດ​ໜຶ່ງ​ໄວ້​ສຳລັບ​ອົງພຣະຜູ້ເປັນເຈົ້າ”.


ໃນ​ທີ່ສຸດ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ທ່ານ​ແມ່ນ​ຜູ້ໃດ? ຈົ່ງ​ຕອບ​ພວກເຮົາ​ມາ ເພື່ອ​ພວກເຮົາ​ຈະ​ໄດ້​ນໍາ​ເອົາ​ຄຳຕອບ​ໄປ​ບອກ​ບັນດາ​ຜູ້​ທີ່​ໃຊ້​ພວກເຮົາ​ມາ, ທ່ານ​ອ້າງ​ໂຕ​ທ່ານ​ເອງ​ວ່າ​ເປັນ​ຜູ້ໃດ?”


ຈຶ່ງ​ຖາມ​ເພິ່ນ​ວ່າ, “ຖ້າ​ທ່ານ​ບໍ່ແມ່ນ​ພຣະຄຣິດເຈົ້າ ບໍ່ແມ່ນ​ເອລີຢາ ຫລື ຜູ້ທຳນວາຍ​ນັ້ນ ເປັນຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບຕິສະມາ?”


ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.


ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ແລ້ວ ປະຊາຊົນ​ບາງຄົນ​ກໍ​ເວົ້າ​ວ່າ, “ຊາຍ​ຜູ້ນີ້​ເປັນ​ຜູ້ທຳນວາຍ​ຢ່າງ​ແນ່ນອນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka