Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ໂຢຮັນ 1:17
37 Jak'a apnaqawi uñst'ayäwi  

ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ກະສັດ​ບໍ!” ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ເອງ​ເປັນ​ຜູ້​ບອກ​ວ່າ​ເຮົາ​ເປັນ​ກະສັດ. ແທ້​ຈິງ​ແລ້ວ ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ເກີດ​ມາ ແລະ ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ເປັນ​ພະຍານ​ເຖິງ​ຄວາມຈິງ. ທຸກ​ຄົນ​ທີ່​ຢູ່​ຝ່າຍ​ຄວາມຈິງ​ກໍ​ຍ່ອມ​ຟັງ​ເຮົາ”.


“ແຕ່​ຢ່າ​ຄິດ​ວ່າ​ເຮົາ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະບິດາເຈົ້າ. ຜູ້​ທີ່​ຟ້ອງ​ພວກເຈົ້າ​ຄື​ໂມເຊ ຜູ້​ທີ່​ພວກເຈົ້າ​ໄດ້​ມອບ​ຄວາມຫວັງ​ໄວ້​ນໍາ​ນັ້ນ.


ໂມເຊ​ບໍ່​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ? ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ຮັກສາ​ກົດບັນຍັດ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທີ່​ຈະ​ຂ້າ​ເຮົາ?”


ແລ້ວ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ​ຄວາມຈິງ ແລະ ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ”.


ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ ແຕ່​ສຳລັບ​ຄົນ​ນັ້ນ, ພວກເຮົາ​ບໍ່​ຮູ້ຈັກ​ວ່າ​ລາວ​ມາ​ຈາກ​ໃສ”.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ເພິ່ນ​ໄດ້​ຢູ່​ກັບ​ຊຸມຊົນ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ກັບ​ເທວະດາ​ຜູ້​ທີ່​ກ່າວ​ກັບ​ເພິ່ນ​ເທິງ​ພູເຂົາ​ຊີນາຍ ແລະ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ທັງຫລາຍ; ແລະ ເພິ່ນ​ໄດ້​ຮັບ​ຖ້ອຍຄຳ​ທີ່ໃຫ້​ຊີວິດ ເຊິ່ງ​ສຶບທອດ​ມາ​ເຖິງ​ພວກເຮົາ.


ເພາະ​ຄວາມບາບ​ຈະ​ບໍ່​ເປັນ​ນາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ, ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ, ແຕ່​ຢູ່​ພາຍໃຕ້​ພຣະຄຸນ.


ເພາະ​ບໍ່​ວ່າ​ພຣະເຈົ້າ​ໄດ້​ເຮັດ​ຄຳສັນຍາ​ໄວ້​ຫລວງຫລາຍ​ເທົ່າໃດ​ກໍ​ຕາມ, ຄຳສັນຍາ​ເຫລົ່ານັ້ນ​ກໍ​ເປັນ “ຈິງ” ໃນ​ພຣະຄຣິດເຈົ້າ. ແລະ ດັ່ງນັ້ນ ໂດຍ​ທາງ​ພຣະອົງ​ພວກເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ “ອາແມນ” ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ.


ເຮົາ​ໝາຍຄວາມ​ວ່າ​ຢ່າງ​ນີ້​ຄື: ກົດບັນຍັດ​ທີ່​ໄດ້​ຖືກ​ນຳເຂົ້າມາ​ພາຍຫລັງ​ສີ່ຮ້ອຍສາມສິບ​ປີ ກໍ​ບໍ່​ໄດ້​ລຶບລ້າງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຕັ້ງໄວ້​ກ່ອນໜ້າ​ນັ້ນ ແລະ ດັ່ງນັ້ນ​ກົດບັນຍັດ​ຈຶ່ງ​ບໍ່​ໄດ້​ເຮັດ​ໃຫ້​ພັນທະສັນຍາ​ຖືກ​ຍົກເລີກ​ໄປ.


ແທ້ຈິງແລ້ວ, ກົດບັນຍັດ​ໄດ້​ລະບຸ​ໃຫ້​ຊຳລະ​ເກືອບ​ໝົດ​ທຸກສິ່ງ​ດ້ວຍ​ເລືອດ ແລະ ຖ້າ​ບໍ່​ມີ​ເລືອດໄຫລອອກ​ແລ້ວ​ກໍ​ບໍ່​ມີ​ການອະໄພ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka