Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:15 - ພຣະຄຳພີລາວສະບັບສະໄໝໃໝ່

15 (ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’”.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ຂອງ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ແຫຼະ ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ວ່າ ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.”

Uka jalj uñjjattʼäta Copia luraña




ໂຢຮັນ 1:15
21 Jak'a apnaqawi uñst'ayäwi  

“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ແລະ ນີ້​ແມ່ນ​ຂໍ້ຄວາມ​ຂອງ​ເພິ່ນ​ຄື: “ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ກົ້ມລົງ​ແກ້​ສາຍຮັດເກີບ​ຂອງ​ເພິ່ນ.


ໂຢຮັນ​ຕອບ​ພວກເຂົາ​ທັງໝົດ​ວ່າ, “ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ. ແຕ່​ມີ​ຜູ້​ໜຶ່ງ​ທີ່​ມີ​ລິດອຳນາດ​ໃຫຍ່​ກວ່າ​ເຮົາ​ຈະ​ມາ ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ໃຫ້​ເພິ່ນ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.


ແລະ ບັດນີ້ ພຣະບິດາເຈົ້າ​ເອີຍ, ຂໍໃຫ້​ຂ້ານ້ອຍ​ໄດ້​ຮັບ​ສະຫງ່າລາສີ​ຢູ່​ຕໍ່ໜ້າ​ພຣະອົງ ຄື​ສະຫງ່າລາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ຮ່ວມ​ກັບ​ພຣະອົງ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ​ນັ້ນ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ກ່ອນ​ອັບຣາຮາມ​ເກີດ, ເຮົາ​ກໍ​ເປັນ​ຢູ່​ແລ້ວ!”


ພຣະອົງ​ດຳລົງ​ຢູ່​ກ່ອນ​ທຸກສິ່ງ ແລະ ໃນ​ພຣະອົງ​ທຸກສິ່ງ​ປະສານ​ເຂົ້າ​ຫາ​ກັນ.


ພຣະເຢຊູຄຣິດເຈົ້າ​ເປັນ​ຢູ່​ທັງ​ໃນ​ເວລາ​ວານນີ້, ວັນນີ້ ແລະ ຕະຫລອດໄປ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka