Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຮັນ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພຣະອົງ​ໄດ້​ເຂົ້າ​ມາ​ໃນ​ບ່ອນ​ຂອງ​ພຣະອົງ, ແຕ່​ຄົນ​ຂອງ​ພຣະອົງ​ເອງ​ບໍ່​ຕ້ອນຮັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພຣະອົງ​ໄດ້​ມາ​ສູ່​ບ້ານ​ເມືອງ​ທີ່​ເປັນ​ຂອງ​ພຣະອົງ​ເອງ ແຕ່​ຄົນ​ໃນ​ບ້ານ​ເມືອງ​ຂອງ​ພຣະອົງ​ບໍ່ໄດ້​ຕ້ອນຮັບ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຢຮັນ 1:11
17 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ແກະ​ທີ່​ເສຍ​ໄປ​ຂອງ​ອິດສະຣາເອນ​ເທົ່ານັ້ນ”.


“ແຕ່​ປະຊາຊົນ​ທີ່​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ​ໄດ້​ກຽດຊັງ​ເພິ່ນ ພວກເຂົາ​ຈຶ່ງ​ໃຊ້​ຜູ້​ແທນ​ໄປ​ຫາ​ເພິ່ນ​ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ໃຫ້​ຊາຍ​ຜູ້​ນີ້​ມາ​ເປັນ​ກະສັດ​ປົກຄອງ​ພວກເຮົາ’.


ພຣະອົງ​ຢູ່​ໃນ​ໂລກ ແລະ ເຖິງແມ່ນວ່າ​ໂລກ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ແຕ່​ໂລກ​ກໍ​ບໍ່​ໄດ້​ຮູ້ຈັກ​ພຣະອົງ.


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ນາມ​ຂອງ​ພຣະອົງ, ພຣະອົງ​ກໍ​ໃຫ້​ສິດ​ເປັນ​ບຸດ​ຂອງ​ພຣະເຈົ້າ


ແລະ ກ່າວ​ກັບ​ສາວົກ​ຄົນ​ນັ້ນ​ວ່າ, “ນີ້​ຄື​ແມ່​ຂອງ​ເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ສາວົກ​ຄົນ​ນີ້​ກໍ​ຮັບ​ແມ່​ຂອງ​ພຣະອົງ​ມາ​ຢູ່​ທີ່​ເຮືອນ​ຂອງ​ຕົນ.


ພຣະອົງ​ເປັນພະຍານ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ ແລະ ໄດ້​ຍິນ, ແຕ່​ບໍ່​ມີ​ຜູ້ໃດ​ຍອມຮັບ​ຄຳພະຍານ​ຂອງ​ພຣະອົງ.


“ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ທ່ານ​ຊາວຕ່າງຊາດ​ທັງຫລາຍ​ຜູ້​ຢຳເກງ​ພຣະເຈົ້າ, ເລື່ອງລາວ​ແຫ່ງ​ຄວາມພົ້ນ​ນີ້​ຖືກ​ສົ່ງ​ມາ​ກໍ​ເພື່ອ​ພວກເຮົາ.


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ຫລັງຈາກ​ກ່າວ​ອຳລາ​ກັນ​ແລ້ວ, ພວກເຮົາ​ກໍ​ລົງ​ເຮືອ, ສ່ວນ​ພວກເຂົາ​ກໍ​ພາກັນ​ກັບ​ບ້ານ.


ດ້ວຍວ່າ ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ​ພຣະຄຣິດເຈົ້າ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ພວກ​ຢິວ ທີ່​ເປັນ​ການສະແດງ​ຄວາມຈິງ​ຂອງ​ພຣະເຈົ້າ ເພື່ອ​ຢືນຢັນ​ຄຳ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນດາ​ບັນພະບຸລຸດ


ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ


ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ! ອາແມນ.


ແຕ່​ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາເຖິງ, ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ບັງເກີດ​ຈາກ​ແມ່ຍິງ, ເຊິ່ງ​ເກີດ​ພາຍໃຕ້​ກົດບັນຍັດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka