Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:7
32 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.


ດ້ວຍວ່າ ຟ້າແມບເຫລື້ອມ​ອອກ​ມາ​ຈາກ​ທິດຕາເວັນອອກ​ເບິ່ງເຫັນ​ໄດ້​ແມ່ນແຕ່​ຢູ່​ທິດຕາເວັນຕົກ​ຢ່າງໃດ ການ​ມາ​ຂອງ​ບຸດມະນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.


ດັ່ງນັ້ນ ພວກເຈົ້າ​ຈະ​ຕ້ອງ​ຕຽມພ້ອມ​ເໝືອນກັນ ເພາະວ່າ​ບຸດມະນຸດ​ຈະ​ມາ​ໃນ​ເວລາ​ທີ່​ພວກເຈົ້າ​ບໍ່​ຄາດຄິດ.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ຄວາມຍຸຕິທຳ​ໂດຍ​ໄວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ບຸດມະນຸດ​ມາ ພຣະອົງ​ຈະ​ພົບ​ຄວາມເຊື່ອ​ໃນ​ໂລກ​ຢູ່​ບໍ?”


ໃນ​ເວລາ​ນັ້ນ​ພວກເຂົາ​ທັງຫລາຍ​ຈະ​ເຫັນ​ບຸດມະນຸດ​ກຳລັງ​ມາ​ໃນ​ເມກ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.


ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ? ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ”.


ເພາະ​ເຫດ​ນີ້ ຈຶ່ງ​ມີ​ຂ່າວລື​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ. ແຕ່​ພຣະເຢຊູເຈົ້າ​ບໍ່​ໄດ້​ກ່າວ​ວ່າ​ລາວ​ຈະ​ບໍ່​ຕາຍ ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຕ້ອງການ​ໃຫ້​ລາວ​ມີຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ຫຍັງ​ກັບ​ເຈົ້າ?”


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຂາດ​ຂອງປະທານ​ຝ່າຍ​ວິນຍານ​ໃດໆ​ໃນ​ຂະນະ​ທີ່​ພວກເຈົ້າ​ລໍຄອຍ​ຢ່າງ​ຈົດຈໍ່​ເພື່ອ​ການ​ມາ​ປາກົດ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ໂດຍ​ຄວາມເຊື່ອ​ພວກເຮົາ​ຈົດຈໍ່​ຄອຍຖ້າ​ທີ່​ຈະ​ໄດ້​ຮັບ​ຄວາມຊອບທຳ​ຜ່ານ​ທາງ​ພຣະວິນຍານ​ຕາມ​ທີ່​ພວກເຮົາ​ໄດ້​ຫວັງ​ໄວ້.


ຢ່າ​ໃຫ້​ພວກເຮົາ​ເມື່ອຍລ້າ​ໃນ​ການເຮັດດີ, ເພາະ​ຖ້າ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ເກັບກ່ຽວ​ຜົນ​ໃນ​ເວລາ​ອັນ​ເໝາະສົມ.


ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ມີ​ຄວາມອົດທົນ ແລະ ຄວາມພະຍາຍາມ​ຫລາຍ​ຂຶ້ນ,


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ແລະ ຫລັງຈາກ​ທີ່​ຄອຍຖ້າ​ດ້ວຍ​ຄວາມອົດທົນ​ແລ້ວ, ອັບຣາຮາມ​ກໍ​ໄດ້​ຮັບ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ບັນດາ​ຜູ້ທຳນວາຍ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ເປັນ​ແບບຢ່າງ​ຂອງ​ຄວາມອົດທົນ​ໃນ​ການປະເຊີນ​ກັບ​ຄວາມທຸກຍາກລຳບາກ.


ຄຳ ແລະ ເງິນ​ຂອງ​ພວກເຈົ້າ​ກໍ​ເປັນ​ຂີ້ໝ້ຽງ. ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ແລະ ກັດກິນ​ເນື້ອໜັງ​ຂອງ​ພວກເຈົ້າ​ເໝືອນດັ່ງ​ໄຟ. ພວກເຈົ້າ​ໄດ້​ສະສົມ​ຊັບສົມບັດ​ໄວ້​ໃນ​ວັນ​ສຸດທ້າຍ


ພວກເຂົາ​ຈະ​ເວົ້າ​ວ່າ, “ຢູ່​ໃສ ‘ການ​ມາ’ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້? ດົນນານ​ມາ​ແລ້ວ​ຕັ້ງແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ໄປ, ທຸກ​ຢ່າງ​ກໍ​ດຳເນີນ​ໄປ​ເໝືອນ​ທີ່​ເປັນ​ມາ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka