Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພວກເຈົ້າ​ໄດ້​ຕັດສິນ​ລົງໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບທຳ​ເສຍ ເຂົາ​ກໍ​ບໍ່ໄດ້​ຕໍ່ສູ້​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:6
24 Jak'a apnaqawi uñst'ayäwi  

“ແຕ່​ເມື່ອ​ພວກ​ຄົນເຊົ່າສວນ​ເຫັນ​ຜູ້​ເປັນ​ລູກຊາຍ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ຄື​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ມັນ​ແລ້ວ​ຢຶດ​ເອົາ​ມໍລະດົກ​ຂອງ​ມັນ’.


ແຕ່​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ​ເພື່ອ​ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ ໃຫ້​ຂ້າ​ພຣະເຢຊູເຈົ້າ.


ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ຕໍ່ສູ້​ກັບ​ຄົນຊົ່ວ. ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງຂວາ, ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງໜຶ່ງ​ໃຫ້​ພວກເຂົາ​ເຫມືອນກັນ.


“ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເຈົ້າ​ເພື່ອ​ໃຫ້​ຮູ້​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ໃຫ້​ໄດ້​ເຫັນ​ອົງ​ຜູ້ຊອບທຳ ແລະ ໃຫ້​ໄດ້​ຍິນ​ຖ້ອຍຄຳ​ຈາກ​ປາກ​ຂອງ​ພຣະອົງ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ນີ້​ແມ່ນ​ຂໍ້​ຄວາມ​ໃນ​ພຣະຄຳພີ​ທີ່​ຄົນ​ຂັນທີ​ກຳລັງ​ອ່ານ​ຢູ່​ຄື: “ເພິ່ນ​ຖືກ​ນຳ​ໂຕ​ໄປ​ເໝືອນ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ ແລະ ເໝືອນ​ລູກແກະ​ທີ່​ມິດ​ຢູ່​ຕໍ່ໜ້າ​ຜູ້​ທີ່​ຕັດຂົນ, ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ເປີດ​ປາກ​ຂອງ​ເພິ່ນ.


ແລະ, “ແຕ່​ຄົນຊອບທຳ​ຂອງ​ເຮົາ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ. ແລະ ເຮົາ​ຈະ​ບໍ່​ພໍໃຈ ໃນ​ຄົນ​ທີ່​ຫລົບຖອຍຫລັງ”.


ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?


ພວກເຈົ້າ​ປາຖະໜາ​ຫາ​ແຕ່​ບໍ່​ໄດ້, ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຂ້າ​ກັນ. ພວກເຈົ້າ​ຢາກ​ໄດ້​ແຕ່​ບໍ່​ໄດ້​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຜິດຖຽງກັນ ແລະ ຕໍ່ສູ້​ກັນ. ພວກເຈົ້າ​ບໍ່​ມີ​ເພາະ​ພວກເຈົ້າ​ບໍ່​ໄດ້​ຂໍ​ພຣະເຈົ້າ.


ແລະ, “ຖ້າ​ຄົນຊອບທຳ​ຈະ​ໄດ້ຮັບ​ຄວາມພົ້ນ​ກໍ​ຍັງ​ຍາກ, ແລ້ວ​ຄົນອະທຳ​ກັບ​ຄົນບາບ​ຈະ​ເປັນ​ຢ່າງໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka