Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ຄຳ​ພາວັນນາ​ອະທິຖານ​ທີ່​ປະກອບ​ດ້ວຍ​ຄວາມເຊື່ອ ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດພົ້ນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກກະຕິ ແລະ​ຖ້າ​ຜູ້ນັ້ນ​ໄດ້​ເຮັດ​ຜິດ​ເຮັດ​ບາບ ພຣະອົງ​ກໍ​ຈະ​ຊົງ​ໂຜດ​ອະໄພ​ໃຫ້.

Uka jalj uñjjattʼäta Copia luraña




ຢາໂກໂບ 5:15
18 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.


ແລະ ນີ້​ແມ່ນ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ຄື ບໍ່​ໃຫ້​ເຮົາ​ສູນເສຍ​ຄົນ​ທັງປວງ​ທີ່​ພຣະອົງ​ມອບ​ໃຫ້​ແກ່​ເຮົາ​ແມ່ນແຕ່​ຄົນດຽວ ແຕ່​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ເພາະ​ພວກເຮົາ​ຮູ້​ວ່າ ພຣະອົງ​ຜູ້​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ ຈະ​ບັນດານ​ໃຫ້​ພວກເຮົາ​ເປັນຄືນມາ​ດ້ວຍກັນ​ກັບ​ພຣະເຢຊູເຈົ້າ ແລະ ຈະ​ໃຫ້​ພວກເຮົາ​ເຂົ້າ​ເຝົ້າ​ພຣະອົງ​ຮ່ວມ​ກັບ​ພວກເຈົ້າ​ທັງຫລາຍ​ດ້ວຍ.


ແຕ່​ໃນ​ເວລາ​ທີ່​ພວກເຈົ້າ​ຂໍ​ນັ້ນ ພວກເຈົ້າ​ຕ້ອງ​ເຊື່ອ ແລະ ບໍ່​ສົງໄສ, ເພາະວ່າ​ຜູ້ໃດ​ທີ່​ສົງໄສ​ກໍ​ເປັນ​ເໝືອນ​ຄື້ນ​ໃນ​ທະເລ​ທີ່​ຖືກ​ລົມພັດ​ຊັດ​ໄປ​ມາ.


ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄວາມເດືອດຮ້ອນ​ບໍ? ໃຫ້​ພວກເຂົາ​ອະທິຖານ. ມີ​ຜູ້ໃດ​ມີ​ຄວາມສຸກ​ບໍ? ໃຫ້​ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ.


ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.


ຈົ່ງ​ຈົດຈຳ​ໄວ້​ວ່າ: ຜູ້ໃດ​ກໍ​ຕາມ​ເຮັດ​ໃຫ້​ຄົນບາບ​ຫັນໜີ​ຈາກ​ທາງ​ທີ່​ຫລົງຜິດ​ຂອງ​ພວກເຂົາ ກໍ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ລຶບລ້າງ​ຄວາມບາບ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka