Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ບັນດາ​ຜູ້ທຳນວາຍ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ເປັນ​ແບບຢ່າງ​ຂອງ​ຄວາມອົດທົນ​ໃນ​ການປະເຊີນ​ກັບ​ຄວາມທຸກຍາກລຳບາກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ແບບຢ່າງ​ໃນ​ການ​ທົນທຸກ ແລະ​ຄວາມ​ພາກພຽນ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:10
19 Jak'a apnaqawi uñst'ayäwi  

“ເຢຣູຊາເລັມ ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ. ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ!


“ໃນ​ວັນ​ນັ້ນ ຈົ່ງ​ຊື່ນຊົມຍິນດີ ແລະ ກະໂດດເຕັ້ນ​ດ້ວຍ​ຄວາມຍິນດີ ເພາະ​ບຳເໜັດ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ນັ້ນ​ຍິ່ງໃຫຍ່. ເພາະວ່າ​ບັນພະບຸລຸດ​ຂອງ​ພວກເຂົາ ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ນັ້ນ​ກັບ​ບັນດາ​ຜູ້ທຳນວາຍ.


ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ມີ​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ຄວາມເດືອດຮ້ອນ​ບໍ? ໃຫ້​ພວກເຂົາ​ອະທິຖານ. ມີ​ຜູ້ໃດ​ມີ​ຄວາມສຸກ​ບໍ? ໃຫ້​ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ​ເພື່ອ​ຈະ​ບໍ່​ຖືກ​ຕັດສິນ​ໂທດ. ອົງ​ຜູ້ພິພາກສາ​ຢືນ​ຢູ່​ທີ່​ປະຕູ​ແລ້ວ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka