Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຈົ່ງ​ໂສກເສົ້າ​ເສຍໃຈ, ຈົ່ງ​ໄວ້ທຸກ ແລະ ຮ້ອງໄຫ້. ຈົ່ງ​ປ່ຽນ​ຈາກ​ສຽງ​ຫົວ​ມາ​ເປັນ​ການໄວ້ທຸກ ແລະ ຈາກ​ຄວາມຍິນດີ​ຂອງ​ພວກເຈົ້າ​ມາ​ເປັນ​ຄວາມເສົ້າໝອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.

Uka jalj uñjjattʼäta Copia luraña




ຢາໂກໂບ 4:9
25 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ນໍາ​ບັນດາ​ຄົນຊົ່ວ​ເຫລົ່ານັ້ນ​ໄປ​ສູ່​ຈຸດຈົບ​ທີ່​ຊົ່ວຮ້າຍ ແລະ ຍົກ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ ຜູ້​ທີ່​ຍອມ​ມອບ​ສ່ວນແບ່ງ​ຈາກ​ຜົນຜະລິດ​ຂອງ​ຕົນ​ໃຫ້​ເພິ່ນ​ເມື່ອ​ເຖິງ​ລະດູ​ເກັບກ່ຽວ”.


ຜູ້ໃດ​ໂສກເສົ້າ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ເລົ້າໂລມໃຈ.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ. ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.


ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ອີ່ມເຕັມ​ຢູ່​ເວລາ​ນີ້, ເພາະວ່າ​ພວກເຈົ້າ​ຈະ​ອຶດຫິວ. ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ກຳລັງ​ຫົວ​ຂັວນ​ຢູ່​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໂສກເສົ້າ ແລະ ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka