Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”

Uka jalj uñjjattʼäta Copia luraña




ຢາໂກໂບ 4:6
34 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍ​ຕາມ​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມເຕີມ​ອີກ ແລະ ພວກເຂົາ​ຈະ​ມີ​ຢ່າງ​ອຸດົມສົມບູນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ມີ, ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ.


ດ້ວຍວ່າ ຜູ້ໃດ​ທີ່​ຍົກ​ຕົນເອງ​ຂຶ້ນ​ຜູ້​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ຖ່ອມໂຕລົງ ແລະ ຜູ້ໃດ​ທີ່​ຖ່ອມໂຕລົງ​ຈະ​ຖືກ​ຍົກ​ຂຶ້ນ.


ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.


ດ້ວຍວ່າ ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ, ແລະ ຜູ້ໃດ​ທີ່​ຖ່ອມ​ຕົນ​ເອງ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.


“ເຮົາ​ບອກ​ພວກເຈົ້າ​ວ່າ​ຄົນ​ນີ້​ແຫລະ ເມື່ອ​ກັບ​ໄປ​ທີ່​ເຮືອນ​ຂອງ​ຕົນ​ກໍ​ຖື​ວ່າ​ເປັນ​ຄົນຊອບທຳ​ຕໍ່ໜ້າ​ພຣະເຈົ້າ​ຫລາຍ​ກວ່າ​ຄົນ​ອື່ນ. ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົນ​ເອງ​ຂຶ້ນ​ຈະ​ຖືກ​ກົດ​ລົງ ແລະ ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”.


ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.


ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka