Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 4:4
24 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້ ຂໍ​ແຕ່​ໝາຍສຳຄັນ! ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ​ຜູ້ທຳນວາຍ.


ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


ຝ່າຍ​ພວກ​ສັດຕູ​ຂອງ​ເຮົາ​ທີ່​ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ ຂ້າ​ພວກເຂົາ​ຕໍ່ໜ້າ​ເຮົາ’”.


ຖ້າ​ພວກເຈົ້າ​ເປັນ​ຂອງ​ໂລກ. ໂລກ​ກໍ​ຈະ​ຮັກ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຂອງ​ມັນ. ແຕ່​ເພາະ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ໂລກ​ເພາະວ່າ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ໂລກ​ແລ້ວ. ດ້ວຍເຫດນີ້ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.


ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.


ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ໂລກ​ກຽດຊັງ​ເຮົາ​ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.


ເພາະວ່າ​ຖ້າ​ພວກເຮົາ​ຍັງ​ໄດ້​ຄືນດີກັນ​ກັບ​ພຣະເຈົ້າ​ໂດຍ​ການຕາຍ​ຂອງ​ພຣະບຸດ​ຂອງ​ພຣະອົງ​ໃນຂະນະ​ທີ່​ພວກເຮົາ​ເຄີຍເປັນ​ສັດຕູ​ກັນ​ກັບ​ພຣະອົງ ຫລາຍ​ກວ່າ​ນັ້ນ​ອີກ​ເມື່ອ​ພວກເຮົາ​ໄດ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ​ຜ່ານທາງ​ຊີວິດ​ຂອງ​ພຣະອົງ​ຢ່າງ​ແນ່ນອນ!


ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ, ມັນ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ມັນ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ບໍ່​ໄດ້.


ຄົນ​ມີ​ປັນຍາ​ຢູ່​ໃສ? ຫລື ຄູສອນກົດບັນຍັດ​ຢູ່​ໃສ? ນັກປັດຊະຍາ​ຂອງ​ຄົນ​ຍຸກ​ນີ້​ຢູ່​ໃສ? ພຣະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ສະຕິປັນຍາ​ຂອງ​ໂລກ​ນີ້​ໂງ່​ບໍ?


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.


ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka