Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເມື່ອ​ພວກເຈົ້າ​ຂໍ​ແລ້ວ​ພວກເຈົ້າ​ບໍ່​ໄດ້​ຮັບ​ກໍ​ເພາະ​ພວກເຈົ້າ​ຂໍ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ເພື່ອ​ຈະ​ນຳ​ໄປ​ສະໜອງ​ຕາມ​ຄວາມຕ້ອງການ​ຂອງ​ຕົນເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຈົ້າ​ທັງຫລາຍ​ຂໍ​ແລະ​ບໍ່ໄດ້​ຮັບ ເພາະ​ຂໍ​ຜິດ ເພື່ອ​ຈະ​ເອົາ​ໄປ​ໃຊ້​ຕາມ​ກິເລດ​ຕັນຫາ​ຂອງຕົນ.

Uka jalj uñjjattʼäta Copia luraña




ຢາໂກໂບ 4:3
25 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ, ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ກຳລັງ​ຈະ​ດື່ມ​ນັ້ນ​ໄດ້​ບໍ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ດື່ມ​ໄດ້”.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ​ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ​ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”


ເພາະ​ທຸກຄົນ​ທີ່​ຂໍ​ກໍ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ໄດ້​ພົບ, ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.


“ຕໍ່ມາ​ບໍ່​ດົນ​ເທົ່າໃດ, ລູກຊາຍຫລ້າ​ກໍ​ໄດ້​ຮວບຮວມ​ຊັບສົມບັດ​ທັງໝົດ​ຂອງ​ຕົນ​ແລ້ວ​ອອກ​ໄປ​ທ່ຽວ​ແດນ​ໄກ ແລະ ໄດ້​ຜານ​ຊັບ​ຂອງ​ຕົນ​ທີ່​ມີ​ຢູ່​ນັ້ນ​ດ້ວຍ​ການ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ.


ແຕ່​ເມື່ອ​ລູກ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສົມບັດ​ຂອງ​ພໍ່​ໝົດ​ດ້ວຍ​ການ​ໄປ​ຄົບຫາ​ກັບ​ພວກ​ໂສເພນີ​ໄດ້​ກັບ​ຄືນ​ມາ, ພໍ່​ກໍ​ຍັງ​ຂ້າ​ລູກງົວ​ໂຕ​ຕຸ້ຍພີ​ເພື່ອ​ລາວ’.


ອັນໃດ​ເປັນ​ສາເຫດ​ຂອງ​ການຕໍ່ສູ້ ແລະ ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ? ກໍ​ແມ່ນ​ຄວາມປາຖະໜາ​ຂອງ​ພວກເຈົ້າ​ທີ່​ເຮັດ​ໃຫ້​ມີ​ການຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ​ບໍ່​ແມ່ນ​ບໍ?


ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.


ນີ້​ຄື​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ເມື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ຄື: ຖ້າ​ພວກເຮົາ​ຂໍ​ສິ່ງໃດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ, ພຣະອົງ​ກໍ​ຟັງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka