Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແທນ​ທີ່​ຈະ​ເວົ້າ​ດັ່ງນັ້ນ ພວກເຈົ້າ​ຄວນ​ເວົ້າ​ດັ່ງນີ້, “ຖ້າ​ພຣະເຈົ້າ​ພໍພຣະໄທ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ແລະ​ຈະ​ເຮັດ​ສິ່ງນັ້ນ ຫຼື​ສິ່ງນີ້.”

Uka jalj uñjjattʼäta Copia luraña




ຢາໂກໂບ 4:15
10 Jak'a apnaqawi uñst'ayäwi  

ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ.


ໃນ​ຄຳອະທິຖານ​ຂອງ​ເຮົາ​ທຸກ​ຄັ້ງ ແລະ ເຮົາ​ອະທິຖານ​ວ່າ​ໃນ​ທີ່ສຸດ​ນີ້​ຖ້າ​ເປັນ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຂໍ​ໃຫ້​ເຮົາ​ມີ​ໂອກາດ​ມາ​ຫາ​ພວກເຈົ້າ.


ເພື່ອວ່າ ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ເຮົາ​ຈະ​ໄດ້​ມາຫາ​ພວກເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ໄດ້ຮັບ​ຄວາມຊື່ນໃຈ​ຮ່ວມກັນ​ກັບ​ພວກເຈົ້າ.


ເພາະ​ເວລາ​ນີ້​ເຮົາ​ຍັງ​ບໍ່​ຢາກ​ພົບ​ກັບ​ພວກເຈົ້າ​ເທື່ອ ແລະ ພຽງແຕ່​ແວ່​ຢ້ຽມຢາມ​ເທົ່ານັ້ນ; ຖ້າ​ວ່າ​ອົງພຣະຜູ້ເປັນເຈົ້າ​ອະນຸຍາດ ເຮົາ​ຫວັງ​ວ່າ​ຈະ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພວກເຈົ້າ​ດົນ​ສົມຄວນ.


ແຕ່​ຖ້າ​ອົງພຣະຜູ້ເປັນເຈົ້າ​ພໍໃຈ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ ເຮົາ​ຈະ​ບໍ່​ໄດ້​ຊອກ​ຮູ້​ພຽງແຕ່​ກ່ຽວກັບ​ຄຳເວົ້າ​ຂອງ​ພວກຄົນ​ອວດດີ​ເຫລົ່ານີ້​ເທົ່ານັ້ນ, ແຕ່​ທັງ​ລິດອຳນາດ​ທີ່​ພວກເຂົາ​ມີ​ດ້ວຍ.


ແລະ ຖ້າ​ພຣະເຈົ້າ​ອະນຸຍາດ​ພວກເຮົາ​ກໍ​ຈະ​ກະທຳ​ຕໍ່ໄປ.


ດັ່ງ​ທີ່​ເປັນ​ຢູ່, ພວກເຈົ້າ​ເວົ້າ​ໂອ້ອວດ​ໃນ​ຄວາມຍິ່ງ​ຈອງຫອງ​ຂອງ​ພວກເຈົ້າ. ການໂອ້ອວດ​ທັງໝົດ​ນັ້ນ​ເປັນ​ສິ່ງ​ຊົ່ວຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka