ຢາໂກໂບ 4:11 - ພຣະຄຳພີລາວສະບັບສະໄໝໃໝ່11 ພີ່ນ້ອງທັງຫລາຍເອີຍ, ຢ່າໃສ່ຮ້າຍປ້າຍສີກັນ, ຜູ້ໃດທີ່ກ່າວຕໍ່ຕ້ານພີ່ນ້ອງ ຫລື ຕັດສິນພວກເຂົາກໍກ່າວຕໍ່ຕ້ານ ແລະ ຕັດສິນກົດບັນຍັດ. ເມື່ອພວກເຈົ້າຕັດສິນກົດບັນຍັດ ພວກເຈົ້າກໍບໍ່ໄດ້ຖືຮັກສາກົດບັນຍັດນັ້ນ, ແຕ່ຕັ້ງຕົນເອງເປັນຜູ້ຕັດສິນກົດບັນຍັດ. Uka jalj uñjjattʼätaພຣະຄຳພີສັກສິ11 ພີ່ນ້ອງທັງຫລາຍເອີຍ, ຢ່າເວົ້ານິນທາຊຶ່ງກັນແລະກັນ ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລືກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້ານິນທາຕໍ່ກົດບັນຍັດ ແລະກ່າວໂທດຕໍ່ກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ ເຈົ້າກໍບໍ່ເປັນຜູ້ທີ່ຮັກສາກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ. Uka jalj uñjjattʼäta |
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.