ຢາໂກໂບ 4:1 - ພຣະຄຳພີລາວສະບັບສະໄໝໃໝ່1 ອັນໃດເປັນສາເຫດຂອງການຕໍ່ສູ້ ແລະ ການຜິດຖຽງກັນໃນທ່າມກາງພວກເຈົ້າ? ກໍແມ່ນຄວາມປາຖະໜາຂອງພວກເຈົ້າທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າບໍ່ແມ່ນບໍ? Uka jalj uñjjattʼätaພຣະຄຳພີສັກສິ1 ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະຜິດຖຽງກັນ? ກໍແມ່ນກິເລດຕັນຫາຂອງພວກເຈົ້ານັ້ນແຫຼະ ທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າ. Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.