Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ພວກເຮົາ​ທັງຫລາຍ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ດ້ວຍ​ລີ້ນ ແລະ ພວກເຮົາ​ກໍ​ໃຊ້​ລີ້ນ​ນັ້ນ​ປ້ອຍດ່າ​ມະນຸດ​ຜູ້​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ພວກເຮົາ​ໃຊ້​ລີ້ນ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ​ຄື ພຣະບິດາເຈົ້າ, ທັງ​ໃຊ້​ລີ້ນ​ປ້ອຍດ່າ​ເພື່ອນ​ມະນຸດ​ດ້ວຍ​ກັນ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສ້າງ​ຕາມ​ພຣະ​ລັກສະນະ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:9
34 Jak'a apnaqawi uñst'ayäwi  

ແລ້ວ​ເປໂຕ​ຈຶ່ງ​ເລີ່ມ​ສາບແຊ່ງ ແລະ ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ!” ໃນ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,


ເຫດສະນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ຍິນດີ ແລະ ລີ້ນ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ; ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ຈະ​ພັກຜ່ອນ​ດ້ວຍ​ຄວາມຫວັງ,


“ປາກ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບແຊ່ງ ແລະ ຄຳ​ຂົມຂື່ນ”.


ຜູ້ຊາຍ​ບໍ່​ຄວນ​ປົກ​ຫົວ​ຂອງ​ຕົນ, ເນື່ອງຈາກ​ວ່າ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ ກຽດຕິຍົດ​ຂອງ​ພຣະເຈົ້າ ແຕ່​ແມ່ຍິງ​ເປັນ​ກຽດຕິຍົດ​ຂອງ​ຜູ້ຊາຍ.


ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ.


ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.


ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.


ສັນລະເສີນ​ພຣະເຈົ້າ​ພຣະບິດາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ດ້ວຍ​ຄວາມເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໃຫ້​ພວກເຮົາ​ໄດ້​ບັງເກີດ​ໃໝ່​ເຂົ້າ​ໃນ​ຄວາມຫວັງ​ອັນ​ມີຊີວິດ​ຢູ່​ຜ່ານທາງ​ການເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka