Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ລີ້ນ​ກໍ​ເປັນ​ດັ່ງ​ໄຟ, ເປັນ​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່​ຢູ່​ໃນ​ທ່າມກາງ​ອະໄວຍະວະ​ທັງຫລາຍ​ຂອງ​ຮ່າງກາຍ. ມັນ​ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ເສຍຫາຍ, ເຮັດ​ໃຫ້​ຊີວິດ​ທັງ​ຊີວິດ​ລຸກ​ເປັນ​ໄຟ ແລະ ໂຕ​ມັນ​ເອງ​ກໍ​ຖືກ​ເຜົາ​ໂດຍ​ໄຟ​ນະລົກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ລີ້ນ​ກໍ​ເປັນ​ດັ່ງ​ໄຟ ມັນ​ເປັນ​ຄື​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ ທີ່​ຄອບຄອງ​ຢູ່​ໃນ​ຮ່າງກາຍ​ຂອງ​ພວກເຮົາ ແລະ​ເຮັດ​ໃຫ້​ເປື້ອນເປິ​ໄປ​ທົ່ວ​ທັງ​ຮ່າງກາຍ, ມັນ​ເປັນ​ເຊື້ອໄຟ​ທີ່​ເຜົາ​ໄໝ້​ວົງ​ກະແສ​ແຫ່ງ​ຊີວິດ ແລະ​ມັນ​ເອງ​ກໍ​ເປັນ​ໄຟ​ມາ​ຈາກ​ນະຣົກ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:6
62 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ເລື່ອງ​ນີ້, ພວກເຂົາ​ກໍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ເທົ່ານັ້ນ ລູກສິດ​ຜູ້​ນີ້​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


ບໍ່​ມີ​ສິ່ງໃດ​ທີ່​ຢູ່​ພາຍນອກ​ທີ່​ເຂົ້າໄປ​ໃນ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’. ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ມະນຸດ​ນັ້ນ​ແຫລະ ທີ່​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ”.


ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ບອກ​ວ່າ, ‘ອັບຣາຮາມ ບິດາ​ເອີຍ, ສົງສານ​ຂ້ານ້ອຍ​ດ້ວຍ ແລະ ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວມື​ຈຸ່ມ​ນ້ຳ​ມາ​ແຕະ​ໃສ່​ລີ້ນ​ຂອງ​ຂ້ານ້ອຍ​ໃຫ້​ເຢັນ​ລົງ ເພາະ​ຂ້ານ້ອຍ​ທຸກທໍລະມານ​ຫລາຍ​ຢູ່​ໃນ​ແປວໄຟ​ນີ້’.


ແມ່ນແຕ່​ໃນ​ທ່າມກາງ​ພວກທ່ານ​ເອງ​ກໍ​ຈະ​ມີ​ຄົນ​ລຸກຂຶ້ນ​ມາ​ເວົ້າ​ບິດເບືອນ​ຄວາມ​ຈິງ ເພື່ອ​ຈະ​ດຶງ​ພວກສາວົກ​ໄປ​ຕິດຕາມ​ພວກເຂົາ.


ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?


ພວກເຂົາ​ໄດ້​ສ້າງ​ພະຍານ​ບໍ່​ຈິງ​ມາ​ໃຫ້​ການ​ວ່າ, “ຊາຍ​ຄົນ​ນີ້​ເວົ້າ​ຕໍ່ສູ້​ບ່ອນ​ສັກສິດ​ແຫ່ງ​ນີ້ ແລະ ຕໍ່ສູ້​ກົດບັນຍັດ​ຢ່າງ​ບໍ່​ຢຸດຢັ້ງ.


ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່


ບໍ່​ແມ່ນ​ພວກເຂົາ​ບໍ​ທີ່​ເວົ້າ​ໝິ່ນປະໝາດ​ນາມ​ອັນ​ສູງສົ່ງ​ຂອງ​ພຣະອົງ​ຂອງ​ພຣະອົງ?


ສັດ​ທຸກ​ຊະນິດ​ມີ​ນົກ, ສັດເລືອຄານ ແລະ ສັດທະເລ​ທັງຫລາຍ​ຍັງ​ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໄດ້ ແລະ ຖືກ​ຝຶກແອບ​ໃຫ້​ເຊື່ອຟັງ​ໂດຍ​ມະນຸດ.


ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.


ດັ່ງນັ້ນ ເມື່ອ​ເຮົາ​ມາ, ເຮົາ​ຈະ​ຊີ້​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຄື​ນິນທາ​ໃສ່ຮ້າຍ​ພວກເຮົາ. ຍັງ​ບໍ່​ພໍ​ເທົ່ານັ້ນ, ລາວ​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ຕ້ອນຮັບ​ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ຄົນ​ອື່ນໆ​ອີກ. ລາວ​ຍັງ​ຫ້າມ​ບັນດາ​ຄົນ​ທີ່​ຢາກ​ຕ້ອນຮັບ ແລະ ໄລ່​ພວກເຂົາ​ອອກຈາກ​ຄຣິສຕະຈັກ​ດ້ວຍ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.


ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka