Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:17
63 Jak'a apnaqawi uñst'ayäwi  

ໃນ​ທຳນອງ​ດຽວກັນ​ນັ້ນ ພາຍນອກ​ພວກເຈົ້າ​ກໍ​ປາກົດ​ໃຫ້​ຄົນ​ເຫັນ​ວ່າ​ເປັນ​ຄົນຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່ໃຈຄົດ ແລະ ຄວາມ​ຊົ່ວຮ້າຍ.


ຜູ້ໃດ​ມີ​ໃຈ​ບໍລິສຸດ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ.


ຜູ້ໃດ​ສ້າງ​ຄວາມສະຫງົບສຸກ​ກໍ​ເປັນສຸກ, ເພາະວ່າ​ຈະ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ລູກ​ຂອງ​ພຣະເຈົ້າ.


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ຖ້ອຍຄຳ ແລະ ສະຕິປັນຍາ​ທີ່​ບັນດາ​ຜູ້​ທີ່​ເປັນ​ສັດຕູ​ຂອງ​ພວກເຈົ້າ​ບໍ່​ສາມາດ​ຕໍ່ຕ້ານ ຫລື ໂຕ້ແຍ້ງ​ໄດ້.


ຈົ່ງ​ມີ​ຄວາມ​ເມດຕາ​ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ມີ​ຄວາມ​ເມດຕາ.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນະທານາເອັນ​ເຂົ້າ​ມາ​ຫາ​ກໍ​ກ່າວ​ເຖິງ​ລາວ​ວ່າ, “ຜູ້​ນີ້​ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ໂຕ​ລາວ​ບໍ່​ມີ​ກົນອຸບາຍ​ອັນ​ໃດ​ເລີຍ”.


ບາຣະນາບາ​ເປັນ​ຄົນ​ດີ, ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວ​ຈຶ່ງ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.


ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.


ຖ້າ​ເປັນ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ກັບ​ທຸກໆ​ຄົນ​ຢ່າງ​ສະຫງົບສຸກ.


ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ເອງ​ບໍລິບູນ​ດ້ວຍ​ຄວາມດີ, ເຕັມ​ໄປ​ດ້ວຍ​ຄວາມຮູ້ ແລະ ສາມາດ​ສັ່ງສອນ​ກັນແລະກັນ​ໄດ້.


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ໂດຍ​ທາງ​ພຣະວິນຍານ, ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ຄວາມຮູ້​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ,


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ເບິ່ງແມ ຄວາມ​ທຸກໃຈ​ໃນ​ທາງ​ຂອງ​ພຣະເຈົ້າ​ນັ້ນ ໄດ້​ສົ່ງຜົນ​ອັນໃດ​ໃຫ້​ແກ່​ພວກເຈົ້າ​ແດ່: ເປັນ​ຕົ້ນ​ວ່າ​ຄວາມເອົາຈິງເອົາຈັງ, ຄວາມ​ກະຕືລືລົ້ນ​ທີ່​ຈະ​ແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມ​ທີ່​ຈະ​ພົບ​ຄວາມຍຸຕິທຳ. ພວກເຈົ້າ​ໄດ້​ພິສູດ​ຕົນເອງ​ໃນ​ທຸກ​ຈຸດ​ແລ້ວ​ວ່າ​ພວກເຈົ້າ​ບໍ່​ມີ​ຄວາມຜິດ​ໃນ​ເລື່ອງ​ນີ້.


ບັດນີ້ ພຣະອົງ​ຜູ້​ຈັດສັນ​ເມັດພືດ​ໃຫ້​ແກ່​ຜູ້ຫວ່ານ ແລະ ເຂົ້າຈີ່​ສຳລັບ​ເປັນ​ອາຫານ ກໍ​ຈະ​ຈັດຫາ ແລະ ເພີ່ມເຕີມ​ເລົ້າ​ແຫ່ງ​ເມັດພັນ​ຂອງ​ພວກເຈົ້າ ແລະ ຍັງ​ຈະ​ຂະຫຍາຍ​ການເກັບກ່ຽວ​ຄວາມຊອບທຳ​ຂອງ​ພວກເຈົ້າ​ດ້ວຍ.


(ດ້ວຍວ່າ​ຜົນ​ຂອງ​ຄວາມສະຫວ່າງ​ປະກອບ​ດ້ວຍ​ຄວາມດີ, ຄວາມຊອບທຳ ແລະ ຄວາມຈິງ​ທຸກ​ຢ່າງ)


ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ແຕ່​ພວກເຮົາ​ກໍ​ເປັນ​ເໝືອນ​ເດັກ​ນ້ອຍໆ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ. ເໝືອນດັ່ງ​ແມ່​ທີ່​ລ້ຽງດູ​ລູກ​ຂອງ​ຕົນ,


ເຮົາ​ຮຽກຮ້ອງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ທີ່​ໄດ້​ເລືອກ​ໄວ້, ໃຫ້​ຢຶດຖື​ຄຳແນະນຳ​ເຫລົ່ານີ້​ໂດຍ​ບໍ່​ລຳອຽງ ແລະ ຢ່າ​ເຮັດ​ສິ່ງໃດ​ດ້ວຍ​ຄວາມລໍາອຽງ.


ຝ່າຍ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ບໍ່​ຜິດຖຽງກັນ ແຕ່​ຕ້ອງ​ເມດຕາ​ຕໍ່​ທຸກຄົນ, ສາມາດ​ສອນ​ຄົນ​ອື່ນ​ໄດ້, ບໍ່​ເປັນ​ຄົນ​ໃຈຮ້າຍ​ງ່າຍ.


ສຳລັບ​ຄົນ​ສະອາດ​ນັ້ນ, ທຸກສິ່ງ​ກໍ​ສະອາດ ແຕ່​ສຳລັບ​ຄົນ​ທີ່​ເປັນມົນທິນ ແລະ ຄົນທີ່ບໍ່ເຊື່ອ​ນັ້ນ ບໍ່​ມີ​ສິ່ງໃດ​ສະອາດ​ເລີຍ ຄວາມຈິງແລ້ວ ຄວາມຄິດ​ຈິດໃຈ ແລະ ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເສື່ອມຊາມ.


ບໍ່​ໃສ່ຮ້າຍ​ປ້າຍສີ​ຜູ້ໃດ, ມັກ​ຄວາມສະຫງົບ, ເຫັນໃຈ​ຄົນ​ອື່ນ ແລະ ສຸພາບອ່ອນໂຍນ​ຕໍ່​ທຸກຄົນ.


ໃນ​ເວລາ​ທີ່​ມີ​ການຕີສອນ​ນັ້ນ​ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ, ມີ​ແຕ່​ຄວາມເຈັບປວດ. ແຕ່​ເຖິງຢ່າງໃດ​ກໍ​ຕາມ, ພາຍຫລັງ​ມາ​ຈະ​ເກີດຜົນ​ເປັນ​ຄວາມຊອບທຳ ແລະ ສັນຕິສຸກ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ການຝຶກຝົນ​ດ້ວຍ​ການຕີສອນ​ນັ້ນ.


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ຢ່າງ​ສະຫງົບສຸກ​ຮ່ວມ​ກັບ​ທຸກຄົນ ແລະ ເປັນ​ຜູ້​ບໍລິສຸດ, ເພາະ​ຖ້າ​ປາດສະຈາກ​ຄວາມບໍລິສຸດ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຈະ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ.


ຂອງປະທານ​ທຸກຢ່າງ​ທີ່​ດີ ແລະ ລ້ຳເລີດ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ເບື້ອງເທິງ, ລົງ​ມາ​ຈາກ​ພຣະບິດາ​ແຫ່ງ​ດວງສະຫວ່າງ​ທັງຫລາຍ​ໃນ​ສະຫວັນ ຜູ້​ບໍ່​ປ່ຽນແປງ​ເໝືອນດັ່ງ​ເງົາ​ທີ່​ເຄື່ອນຍ້າຍ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!


ພວກເຈົ້າ​ກໍ​ມີ​ການຈຳແນກ​ໃນ​ທ່າມກາງ​ພວກເຈົ້າ​ເອງ ແລະ ກາຍເປັນ​ຜູ້ຕັດສິນ​ຄົນ​ດ້ວຍ​ຄວາມຄິດ​ຊົ່ວ​ບໍ່ແມ່ນ​ບໍ?


“ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.


ຈົ່ງ​ຫຍັບເຂົ້າ​ໃກ້​ພຣະເຈົ້າ ແລະ ພຣະອົງ​ຈະ​ມາ​ໃກ້​ພວກເຈົ້າ. ຄົນບາບ​ທັງຫລາຍ​ເອີຍ, ຈົ່ງ​ລ້າງ​ມື​ຂອງ​ຕົນ​ໃຫ້​ສະອາດ ແລະ ພວກເຈົ້າ​ຄົນ​ສອງ​ໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງ​ພວກເຈົ້າ​ໃຫ້​ບໍລິສຸດ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ຂ້າທາດ​ທັງຫລາຍ​ເອີຍ, ເພາະ​ເຫັນ​ແກ່​ການ​ຢຳເກງ​ພຣະເຈົ້າ​ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຂອງ​ຕົນ​ດ້ວຍ​ຄວາມເຄົາລົບ, ບໍ່​ແມ່ນ​ແຕ່​ຕໍ່​ນາຍ​ທີ່​ດີ ແລະ ເຫັນອົກເຫັນໃຈ​ເທົ່ານັ້ນ ແຕ່​ຕໍ່​ນາຍ​ທີ່​ໂຫດຮ້າຍ​ດ້ວຍ.


ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.


ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka