ຢາໂກໂບ 3:16 - ພຣະຄຳພີລາວສະບັບສະໄໝໃໝ່16 ເພາະທີ່ໃດມີຄວາມອິດສາ ແລະ ຄວາມທະເຍີທະຍານຢ່າງເຫັນແກ່ໂຕ, ທີ່ນັ້ນກໍມີຄວາມວຸ້ນວາຍ ແລະ ມີການກະທຳທີ່ຊົ່ວຮ້າຍທຸກຊະນິດ. Uka jalj uñjjattʼätaພຣະຄຳພີສັກສິ16 ບ່ອນໃດທີ່ມີຄວາມອິດສາແລະການເຫັນແກ່ຕົວ ບ່ອນນັ້ນກໍມີການວຸ້ນວາຍແລະມີການຊົ່ວຮ້າຍທຸກຊະນິດ. Uka jalj uñjjattʼäta |
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.