Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ໃນ​ທ່າມກາງ​ພວກເຈົ້າ ຜູ້ໃດ​ທີ່​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຜູ້ນັ້ນ​ພິສູດ​ໃຫ້​ເຫັນ ໂດຍ​ຊີວິດ​ອັນ​ດີງາມ​ຂອງຕົນ ໂດຍ​ການ​ປະຕິບັດ​ອັນ​ດີ ຊຶ່ງ​ປະກອບ​ດ້ວຍ​ການ​ຖ່ອມຕົວ​ແລະ​ສະຕິປັນຍາ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:13
46 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ.


“ຈົ່ງ​ບອກ​ລູກສາວ​ແຫ່ງ​ຊີໂອນ​ວ່າ, ‘ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ ຜູ້​ອ່ອນສຸພາບ ແລະ ຂີ່​ລໍ ແລະ ຢູ່​ເທິງ​ລໍນ້ອຍ ລູກ​ສັດໃຊ້ງານ​ໂຕ​ໜຶ່ງ’”.


ຜູ້ໃດ​ມີ​ໃຈ​ອ່ອນ​ສຸພາບ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນໂລກ​ເປັນ​ມໍລະດົກ.


“ເຫດສະນັ້ນ, ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ນຳ​ເອົາ​ໄປ​ປະຕິບັດ ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດານຫີນ.


ເຮົາ​ກ່າວ​ເຊັ່ນ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ. ເປັນ​ໄປ​ໄດ້​ບໍ​ທີ່​ບໍ່​ມີ​ຈັກ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ມີ​ປັນຍາ​ພໍ​ທີ່​ຈະ​ຕັດສິນ​ຄະດີຄວາມ​ໃນ​ລະຫວ່າງ​ບັນດາ​ຜູ້ທີ່ເຊື່ອ?


ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!


ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ຄົນ​ເຫລົ່ານັ້ນ​ເຫັນ​ຫລັກຖານ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ແລະ ເຫັນ​ເຖິງ​ສາເຫດ​ທີ່​ພວກເຮົາ​ພາກພູມໃຈ​ໃນ​ພວກເຈົ້າ, ເພື່ອ​ວ່າ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ເຫັນ​ເຖິງ​ສິ່ງ​ນີ້​ດ້ວຍ.


ຄວາມສຸພາບອ່ອນຫວານ ແລະ ການຄວບຄຸມ​ຕົນເອງ. ສິ່ງ​ເຫລົ່ານີ້​ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ຫ້າມ​ເລີຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.


ແຕ່ລະຄົນ​ຄວນ​ສຳຫລວດ​ການກະທຳ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ພາກພູມໃຈ​ໃນ​ຕົນເອງ​ພຽງ​ຜູ້​ດຽວ, ໂດຍ​ບໍ່​ຕ້ອງ​ປຽບທຽບ​ຕົນເອງ​ກັບ​ຄົນ​ອື່ນ.


ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ສ່ວນ​ເຈົ້າ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ, ຈົ່ງ​ຫລີກໜີ​ຈາກ​ສິ່ງ​ເຫລົ່ານີ້​ທັງໝົດ ແລະ ໄຝ່ຫາ​ຄວາມຊອບທຳ, ທາງ​ຂອງ​ພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມ​ສຸພາບ​ອ່ອນຫວານ.


ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ


ບໍ່​ໃສ່ຮ້າຍ​ປ້າຍສີ​ຜູ້ໃດ, ມັກ​ຄວາມສະຫງົບ, ເຫັນໃຈ​ຄົນ​ອື່ນ ແລະ ສຸພາບອ່ອນໂຍນ​ຕໍ່​ທຸກຄົນ.


ຈົ່ງ​ຮັກສາ​ຊີວິດ​ຂອງ​ພວກເຈົ້າ​ໃຫ້​ເວັ້ນຈາກ​ການຮັກເງິນ ແລະ ຈົ່ງ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່, ເພາະວ່າ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ໄປ​ຈາກ​ເຈົ້າ, ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈັກເທື່ອ”.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.


ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ແຕ່​ພວກເຈົ້າ​ຈົ່ງ​ບໍລິສຸດ​ໃນ​ການກະທຳ​ທຸກ​ຢ່າງ ເໝືອນດັ່ງ​ພຣະອົງ​ຜູ້​ເອີ້ນ​ເອົາ​ພວກເຈົ້າ​ນັ້ນ​ບໍລິສຸດ.


ຈົ່ງ​ດຳເນີນຊີວິດ​ໃຫ້​ດີ​ໃນ​ທ່າມກາງ​ຄົນບໍ່ເຊື່ອ​ພຣະເຈົ້າ ເຖິງແມ່ນວ່າ​ພວກເຂົາ​ກ່າວຫາ​ພວກເຈົ້າ​ວ່າ​ເຮັດ​ຜິດ, ພວກເຂົາ​ກໍ​ຈະ​ເຫັນ​ການກະທຳ​ທີ່​ດີ​ຂອງ​ພວກເຈົ້າ ແລະ ຖວາຍ​ກຽດ​ພຣະເຈົ້າ​ໃນ​ວັນ​ທີ່​ພຣະອົງ​ມາ​ຢ້ຽມຢາມ​ພວກເຮົາ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka