Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ເອີຍ, ບໍ່​ແມ່ນ​ຫລາຍຄົນ​ໃນ​ພວກເຈົ້າ​ຈະ​ຕ້ອງ​ເປັນ​ອາຈານ, ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ພວກເຮົາ​ທີ່​ເປັນ​ຜູ້ສອນ​ນັ້ນ​ຈະ​ຖືກ​ຕັດສິນ​ຢ່າງ​ເຂັ້ມງວດ​ກວ່າ​ຜູ້​ອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ພາກັນ​ເປັນ​ອາຈານ​ຈຳນວນ​ຫລວງຫລາຍ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເຮົາ​ທັງຫລາຍ​ທີ່​ເປັນ​ຜູ້​ສອນ​ນັ້ນ ຈະ​ໄດ້​ຮັບ​ການ​ຊົງ​ພິພາກສາ​ໜັກໜ່ວງ​ກວ່າ​ຜູ້​ອື່ນ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:1
30 Jak'a apnaqawi uñst'ayäwi  

“ລູກສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງ​ຕົນ, ຜູ້ຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ.


“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.


ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ.


ເມື່ອ​ພວກ​ຟາຣີຊາຍ​ເຫັນ​ດັ່ງນັ້ນ ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນ​ຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຜູ້ຈັດການ​ຄົນ​ນັ້ນ​ມາ ແລະ ຖາມ​ວ່າ, ‘ເລື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວກັບ​ເຈົ້າ​ນັ້ນ​ເປັນ​ຢ່າງໃດ? ຈົ່ງ​ເອົາ​ບັນຊີ​ທີ່​ເຈົ້າ​ຈັດການ​ຢູ່​ນັ້ນ​ມາ, ເພາະ​ເຈົ້າ​ບໍ່​ສາມາດ​ເປັນ​ຜູ້ຈັດການ​ຕໍ່​ໄປ​ໄດ້​ອີກ’.


“ຢ່າ​ຕັດສິນ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ຕັດສິນ. ຢ່າ​ກ່າວໂທດ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ກ່າວໂທດ. ຈົ່ງ​ຍົກໂທດ​ໃຫ້​ຄົນ​ອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ການຍົກໂທດ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.


ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.


ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,


ພວກເຂົາ​ຢາກ​ຈະ​ເປັນ​ຄູສອນກົດບັນຍັດ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຕົນເອງ​ກຳລັງ​ເວົ້າ​ອັນໃດ ຫລື ຢືນຢັນ​ຢ່າງ​ໜັກແໜ້ນ​ເຖິງ​ເລື່ອງ​ອັນໃດ.


ແລະ ເພື່ອ​ຈຸດປະສົງ​ນີ້ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປະກາດ ແລະ ເປັນ​ອັກຄະສາວົກ, ເຮົາ​ກຳລັງ​ເວົ້າ​ຄວາມຈິງ, ເຮົາ​ບໍ່​ໄດ້​ເວົ້າ​ຕົວະ ແລະ ເຮົາ​ເປັນ​ຄູສອນ​ທີ່​ແທ້ຈິງ ແລະ ສັດຊື່​ຂອງ​ບັນດາ​ຄົນຕ່າງຊາດ.


ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຖືກ​ລໍ້ລວງ​ເລີຍ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,


ຄຳສັນລະເສີນ ແລະ ຄຳປ້ອຍດ່າ​ຕ່າງ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ. ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka