Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ບໍ່​ແມ່ນ​ພວກເຂົາ​ບໍ​ທີ່​ເວົ້າ​ໝິ່ນປະໝາດ​ນາມ​ອັນ​ສູງສົ່ງ​ຂອງ​ພຣະອົງ​ຂອງ​ພຣະອົງ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?

Uka jalj uñjjattʼäta Copia luraña




ຢາໂກໂບ 2:7
23 Jak'a apnaqawi uñst'ayäwi  

“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


ແຕ່​ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ເລື່ອງ​ນີ້, ພວກເຂົາ​ກໍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ເທົ່ານັ້ນ ລູກສິດ​ຜູ້​ນີ້​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.


ເພື່ອ​ຄົນ​ທີ່​ເຫລືອ​ຢູ່​ຈະ​ສະແຫວງ​ຫາ​ອົງພະຜູ້ເປັນເຈົ້າ, ແມ່ນ​ແຕ່​ຄົນຕ່າງຊາດ​ທັງໝົດ​ທີ່​ຮັບຮູ້​ນາມ​ຂອງ​ເຮົາ, ກ່າວ​ໄວ້​ໂດຍ​ອົງພຣະຜູ້ເປັນເຈົ້າ, ຜູ້​ໄດ້​ກະທຳ​ສິ່ງ​ເຫລົ່ານີ້’


ຫລາຍ​ຄັ້ງ​ຂ້ານ້ອຍ​ໄປ​ຕາມ​ທຳມະສາລາ​ຕ່າງໆ​ເພື່ອ​ລົງໂທດ​ພວກເຂົາ ແລະ ພະຍາຍາມ​ບີບບັງຄັບ​ໃຫ້​ພວກເຂົາ​ກ່າວ​ຄຳໝິ່ນປະໝາດ​ຕໍ່​ພຣະເຈົ້າ. ຂ້ານ້ອຍ​ຄຽດແຄ້ນ​ພວກເຂົາ​ແຮງ​ຈົນ​ວ່າ​ຕາມ​ໄປ​ຂົ່ມເຫັງ​ພວກເຂົາ​ທີ່​ເມືອງ​ຕ່າງໆ​ໃນ​ຕ່າງປະເທດ.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ຜູ້​ເປັນ​ທີ່ມາ​ຂອງ​ທຸກ​ຄອບຄົວ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ກໍ​ມາ​ຈາກ​ນາມ​ນັ້ນ.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ແຕ່​ຖ້າ​ພວກເຈົ້າ​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ​ກໍ​ຢ່າ​ໄດ້​ອັບອາຍ, ແຕ່​ຈົ່ງ​ສັນລະເສີນ​ພຣະເຈົ້າ​ທີ່​ພວກເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຕາມ​ນາມ​ນັ້ນ.


ເສື້ອຄຸມ​ທີ່​ພຣະອົງ​ຫົ່ມ​ນັ້ນ​ກໍ​ໄດ້​ຈຸ່ມ​ໃນ​ເລືອດ ແລະ ນາມ​ຂອງ​ພຣະອົງ​ຄື​ພຣະຄຳ​ຂອງ​ພຣະເຈົ້າ.


ທີ່​ເສື້ອຄຸມ ແລະ ທີ່​ກົກຂາ​ຂອງ​ພຣະອົງ​ມີ​ນາມ​ນີ້​ຈາລຶກ​ວ່າ: ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເຈົ້ານາຍ​ເໜືອ​ເຈົ້ານາຍ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka