Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:5
54 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


“ຜູ້ໃດ​ຍາກຈົນ​ຝ່າຍ​ວິນຍານ​ກໍ​ເປັນສຸກ, ເພາະວ່າ​ອານາຈັກ​ສະຫວັນ​ເປັນ​ຂອງ​ຜູ້​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ວ່າ, “ທຸກຄົນ​ຈົ່ງ​ຟັງ​ເຮົາ ແລະ ເຂົ້າໃຈ​ຂໍ້​ນີ້.


“ຜູ້ໃດ​ທີ່​ສະສົມ​ສິ່ງຂອງ​ໄວ້​ສຳລັບ​ຕົນ​ເອງ​ແຕ່​ບໍ່​ໄດ້​ຮັ່ງມີ​ເພື່ອ​ພຣະເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”.


“ແກະ​ຝູງ​ນ້ອຍ ຢ່າ​ຢ້ານ​ເລີຍ, ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ພໍໃຈ​ທີ່​ຈະ​ມອບ​ອານາຈັກ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


“ຢູ່​ຕໍ່ມາ ຂໍທານ​ນັ້ນ​ກໍ​ໄດ້​ຕາຍ ແລະ ບັນດາ​ເທວະດາ​ໄດ້​ຮັບ​ລາວ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ອັບຣາຮາມ. ຝ່າຍ​ເສດຖີ​ຄົນ​ນັ້ນ​ກໍ​ຕາຍ​ໄປ​ເໝືອນກັນ ແລະ ຖືກ​ຝັງ​ໄວ້.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


ແລະ ເຮົາ​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ພວກເຈົ້າ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ເຮົາ​ເໝືອນກັນ,


ພຣະເຢຊູເຈົ້າ​ຫລຽວເບິ່ງ​ພວກສາວົກ​ຂອງ​ພຣະອົງ ແລະ ກ່າວ​ວ່າ: “ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຍາກຈົນ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ພວກເຈົ້າ​ແລ້ວ.


ມີ​ພວກ​ຜູ້ນຳ ຫລື ພວກ​ຟາຣີຊາຍ​ຄົນ​ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ລາວ?


ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ເຫັນ, ສິ່ງ​ທີ່​ຫູ​ບໍ່​ໄດ້​ຍິນ ແລະ ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ຄື​ສິ່ງ​ທີ່​ພຣະເຈົ້າ​ຈັດຕຽມ​ໄວ້​ສຳລັບ​ຄົນ​ເຫລົ່ານັ້ນ​ຜູ້​ທີ່​ຮັກ​ພຣະອົງ”.


ທັງໝົດ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພຣະຄຸນ​ທີ່​ກຳລັງ​ໄປ​ເຖິງ​ຄົນ​ຈຳນວນ​ຫລວງຫລາຍ ແລະ ຈະ​ເປັນ​ເຫດ​ໃຫ້​ມີ​ການຂອບພຣະຄຸນ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ໄຫລລົ້ນ​ໄປ​ສູ່​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ໃຫ້​ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ໃຫ້​ຄູ່ຄວນ​ກັບ​ພຣະເຈົ້າ ຜູ້​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ເຂົ້າ​ມາ​ສູ່​ອານາຈັກ ແລະ ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ທັງໝົດ​ນີ້​ເປັນ​ຫລັກຖານ​ວ່າ​ການພິພາກສາ​ຂອງ​ພຣະເຈົ້າ​ນັ້ນ​ຖືກຕ້ອງ ແລະ ຜົນ​ກໍ​ຄື​ພວກເຈົ້າ​ຈະ​ໄດ້​ຖືກ​ນັບ​ວ່າ​ສົມຄວນ​ກັບ​ອານາຈັກ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ກຳລັງ​ທົນທຸກ​ຢູ່​ເພື່ອ​ອານາຈັກ​ນັ້ນ.


ຈົ່ງ​ສັ່ງ​ພວກເຂົາ​ເຫລົ່ານັ້ນ​ໃຫ້​ເຮັດຄວາມດີ, ຮັ່ງມີ​ໃນ​ການ​ເຮັດຄວາມດີ ແລະ ໃຫ້​ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ ເຕັມໃຈ​ທີ່​ຈະ​ແບ່ງປັນ.


ອົງພຣະຜູ້ເປັນເຈົ້າ​ຈະ​ຊ່ວຍ​ກອບກູ້​ເຮົາ​ຈາກ​ການໂຈມຕີ​ທີ່​ຊົ່ວຮ້າຍ​ທຸກຢ່າງ ແລະ ຈະ​ນຳ​ເຮົາ​ເຂົ້າ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ. ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຖືກ​ລໍ້ລວງ​ເລີຍ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃຫ້​ຈົດຈຳ​ຂໍ້​ນີ້​ຄື: ທຸກຄົນ​ຈະ​ຕ້ອງ​ໄວ​ໃນ​ການຟັງ, ຊ້າ​ໃນ​ການເວົ້າ ແລະ ຊ້າ​ໃນ​ການໃຈຮ້າຍ,


ບັນດາ​ຜູ້ທີ່ເຊື່ອ​ທີ່​ຕ່ຳຕ້ອຍ​ນັ້ນ​ຈົ່ງ​ພູມໃຈ​ໃນ​ຖານະ​ອັນ​ສູງສົ່ງ​ຂອງ​ຕົນ.


ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.


ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ໄດ້ຮັບ​ທັງໝົດ​ນີ້​ເປັນ​ມໍລະດົກ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ລູກ​ຂອງ​ເຮົາ.


ເຮົາ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍລິສຸດ​ແລ້ວ​ດ້ວຍ​ໄຟ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ຮັ່ງມີ ແລະ ຊື້​ເສື້ອຜ້າ​ສີຂາວ​ມາ​ນຸ່ງ ເພື່ອ​ປົກປິດ​ຄວາມເປືອຍກາຍ​ອັນ​ໜ້າອັບອາຍ ແລະ ຊື້​ຢາທາຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ສາມາດ​ເບິ່ງເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka