Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ແລະ​ກໍ​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ​ຍ້ອນ​ຄວາມເຊື່ອ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເອີ້ນ​ອັບຣາຮາມ​ວ່າ, “ສະຫາຍ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña




ຢາໂກໂບ 2:23
22 Jak'a apnaqawi uñst'ayäwi  

ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,


ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະອົງ, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ ແລະ ອີກ​ຄົນ​ໜຶ່ງ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ວ່າ, “ໃນ​ວັນ​ນີ້​ພຣະຄຳພີ​ຕອນ​ທີ່​ພວກທ່ານ​ໄດ້​ຟັງ​ນັ້ນ​ເປັນຈິງ​ແລ້ວ”.


ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ພຣະຄຳພີ​ຈະ​ຕ້ອງ​ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ​ຜ່ານທາງ​ດາວິດ​ເລື່ອງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ,


ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,


ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.


ແຕ່​ພຣະຄຳພີ​ໄດ້​ກັກ​ທຸກ​ສິ່ງ​ໄວ້​ຢູ່​ພາຍໃຕ້​ການຄວບຄຸມ​ຂອງ​ບາບ, ເພື່ອວ່າ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ຈະ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ຜ່ານທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ.


ດັ່ງນັ້ນ​ອັບຣາຮາມ​ກໍ​ເໝືອນກັນ “ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.


ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການດົນໃຈ​ຈາກ​ພຣະເຈົ້າ ແລະ ເປັນ​ປະໂຫຍດ​ໃນ​ການສັ່ງສອນ, ການ​ກ່າວຕັກເຕືອນ, ການແກ້ໄຂ​ຂໍ້ບົກຜ່ອງ ແລະ ການຝຶກຝົນ​ໃນ​ຄວາມຊອບທຳ


ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ທີ່​ຈະ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ກໍ​ດ້ວຍ​ການປະຕິບັດ​ຂອງ​ພວກເຂົາ​ບໍ່​ແມ່ນ​ພຽງ​ຄວາມເຊື່ອ​ຢ່າງ​ດຽວ.


ເພາະ​ໃນ​ພຣະຄຳພີ​ກ່າວ​ວ່າ: “ເບິ່ງແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ, ເປັນ​ຫີນເສົາເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ ລ້ຳຄ່າ, ແລະ ຜູ້​ທີ່​ວາງໃຈ​ໃນ​ພຣະອົງ ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka