Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະເຈົ້າ​ຖື​ວ່າ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ເປັນ​ຜູ້ຊອບທຳ​ກໍ​ຍ້ອນ​ການປະຕິບັດ​ຂອງ​ເພິ່ນ​ທີ່​ໄດ້​ຖວາຍ​ອີຊາກ ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຖືກ​ພຣະເຈົ້າ​ຊົງ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ກໍ​ໂດຍ​ການ​ປະຕິບັດ​ຂອງ​ເພິ່ນ ໃນ​ການ​ຖວາຍ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:21
21 Jak'a apnaqawi uñst'ayäwi  

ເພາະ​ເຈົ້າ​ຈະ​ພົ້ນໂທດ​ໄດ້​ກໍ​ດ້ວຍ​ຄຳເວົ້າ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ຖືກ​ໂທດ​ກໍ​ດ້ວຍ​ຄຳເວົ້າ​ຂອງ​ເຈົ້າ”.


ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.


ຄຳສາບານ​ທີ່​ພຣະອົງ​ໄດ້​ສາບານ​ໄວ້​ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຄື:


ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ບອກ​ວ່າ, ‘ອັບຣາຮາມ ບິດາ​ເອີຍ, ສົງສານ​ຂ້ານ້ອຍ​ດ້ວຍ ແລະ ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວມື​ຈຸ່ມ​ນ້ຳ​ມາ​ແຕະ​ໃສ່​ລີ້ນ​ຂອງ​ຂ້ານ້ອຍ​ໃຫ້​ເຢັນ​ລົງ ເພາະ​ຂ້ານ້ອຍ​ທຸກທໍລະມານ​ຫລາຍ​ຢູ່​ໃນ​ແປວໄຟ​ນີ້’.


“ເສດຖີ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, ‘ບໍ່​ແມ່ນ​ດອກ ອັບຣາຮາມ ບິດາ​ເອີຍ, ແຕ່​ຖ້າ​ມີ​ຜູ້​ໜຶ່ງ​ເປັນຄືນຈາກຕາຍ​ແລ້ວ​ໄປ​ຫາ​ພວກເຂົາ, ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າເອົາໃຈໃໝ່’.


ພວກເຂົາ​ຕອບ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ລູກ​ຂອງ​ອັບຣາຮາມ ພວກເຈົ້າ​ກໍ​ຈະ​ເຮັດ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.


ເຈົ້າ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ບໍ? ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ. ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”


ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.


ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງໃດ​ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍເລືອດ?


ແລະ ເພິ່ນ​ຍັງ​ເປັນ​ບິດາ​ຂອງ​ຜູ້​ທີ່​ຮັບ​ພິທີຕັດ​ແລ້ວ ຄົນ​ເຫລົ່ານີ້​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ຍັງ​ມີ​ຄວາມເຊື່ອ​ຕາມ​ແບບ​ຄວາມເຊື່ອ​ທີ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ມີ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ຈະ​ຮັບ​ພິທີຕັດ​ນັ້ນ.


ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ໂດຍ​ຄວາມເຊື່ອ​ເມື່ອ​ພຣະເຈົ້າ​ໄດ້​ທົດສອບ​ອັບຣາຮາມ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງບູຊາ. ເພິ່ນ​ຜູ້​ທີ່​ໄດ້​ຮັບ​ສັນຍາ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ຕົນ,


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.


ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ທີ່​ຈະ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ກໍ​ດ້ວຍ​ການປະຕິບັດ​ຂອງ​ພວກເຂົາ​ບໍ່​ແມ່ນ​ພຽງ​ຄວາມເຊື່ອ​ຢ່າງ​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka