ຢາໂກໂບ 2:19 - ພຣະຄຳພີລາວສະບັບສະໄໝໃໝ່19 ເຈົ້າເຊື່ອວ່າມີພຣະເຈົ້າອົງດຽວກໍດີແລ້ວ! ແມ່ນແຕ່ພວກຜີມານຮ້າຍກໍຍັງເຊື່ອຢ່າງນັ້ນ ແລະ ຢ້ານຈົນໂຕສັ່ນ. Uka jalj uñjjattʼätaພຣະຄຳພີສັກສິ19 ຝ່າຍພວກເຈົ້າທີ່ເຊື່ອວ່າ ມີພຣະເຈົ້າແຕ່ອົງດຽວນັ້ນກໍດີຢູ່ແລ້ວ, ສ່ວນພວກຜີມານຮ້າຍກໍເຊື່ອເໝືອນກັນ ແລະມັນກໍຢ້ານຈົນຕົວສັ່ນ. Uka jalj uñjjattʼäta |
ຄຳພິພາກສາຂອງຄົນເຫລົ່ານີ້ໄດ້ຖືກບັນທຶກໄວ້ດົນແລ້ວ ເນື່ອງຈາກວ່າມີບາງຄົນໄດ້ປອມໂຕເຂົ້າມາໃນທ່າມກາງພວກເຈົ້າ. ພວກເຂົາເປັນຄົນອະທຳ ບິດເບືອນພຣະຄຸນຂອງພຣະເຈົ້າເພື່ອເປັນຊ່ອງທາງໃຫ້ເຮັດຜິດສິນທຳ ແລະ ປະຕິເສດພຣະເຢຊູຄຣິດເຈົ້າຜູ້ເປັນອົງເຈົ້ານາຍ ແລະ ເປັນອົງພຣະຜູ້ເປັນເຈົ້າແຕ່ພຽງອົງດຽວຂອງພວກເຮົາ.