Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ໃນ​ທຳນອງດຽວກັນ, ຄວາມເຊື່ອ​ພຽງ​ຢ່າງ​ດຽວ​ໂດຍ​ບໍ່​ມີ​ການປະຕິບັດ​ກໍ​ເປັນ​ຄວາມເຊື່ອ​ທີ່​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ດັ່ງນັ້ນ ຄວາມເຊື່ອ​ກໍ​ຢ່າງ​ດຽວກັນ ຖ້າ​ບໍ່ມີ​ການ​ປະຕິບັດ ກໍ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:17
9 Jak'a apnaqawi uñst'ayäwi  

ແລະ ບັດນີ້ ຍັງ​ຕັ້ງຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່​ສິ່ງ​ທີ່​ໃຫຍ່​ທີ່ສຸດ​ຂອງ​ສິ່ງ​ເຫລົ່ານີ້​ແມ່ນ​ຄວາມຮັກ.


ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ພີ່ນ້ອງ​ທັງຫລາຍ, ຖ້າ​ຄົນ​ໜຶ່ງ​ອ້າງ​ວ່າ​ຕົນ​ມີ​ຄວາມເຊື່ອ​ແຕ່​ບໍ່​ມີ​ການປະຕິບັດ​ມັນ​ຈະ​ມີ​ປະໂຫຍດ​ອັນໃດ? ຄວາມເຊື່ອ​ແບບ​ນີ້​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ລອດພົ້ນ​ໄດ້​ບໍ?


ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka