Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:13
26 Jak'a apnaqawi uñst'ayäwi  

ຜູ້ໃດ​ມີ​ໃຈ​ເມດຕາ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຄວາມເມດຕາ​ຕອບແທນ.


ແຕ່​ຖ້າ​ພວກເຈົ້າ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຂົາ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


“ຢ່າ​ຕັດສິນ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ຕັດສິນ. ຢ່າ​ກ່າວໂທດ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ກ່າວໂທດ. ຈົ່ງ​ຍົກໂທດ​ໃຫ້​ຄົນ​ອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ການຍົກໂທດ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ເບິ່ງ​ແມ! ຄ່າຈ້າງ​ທີ່​ພວກເຈົ້າ​ສໍ້ໂກງ​ຄົນງານ​ທີ່​ກ່ຽວເຂົ້າ​ໃນ​ທົ່ງນາ​ຂອງ​ພວກເຈົ້າ​ນັ້ນ ກໍ​ກຳລັງ​ຮ້ອງ​ຕໍ່ສູ້​ພວກເຈົ້າ​ຢູ່. ສຽງ​ຮ້ອງທຸກ​ຂອງ​ຜູ້ເກັບກ່ຽວ​ໄດ້​ຂຶ້ນ​ໄປ​ເຖິງ​ຫູ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka